01

ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ

ທ່ານ ສອນສະຫວັນ ແສງພະອາທິດ

02

ພະແນກວິຊາການ

ທ່ານ ສາຍທຽນ ບຸນທັນທີ

03

ພະແນກກິດຈະການນັກສຶກສາ

ທ່ານ ບຸນທອນ ກຸມບາສິດ

04

ພະແນກພາກວິຊາການບໍລິການ

ທ່ານ ນາງ ຄຳຫຼ້າ ແກ້ວວັນຄຳ

05

ພະແນກພາກວິຊາກະສິກຳ

ທ່ານ ນາງ ສົມພອນ ແກ້ວມະນີວົງ

06

ພະແນກພາກວິຊາອຸດສາຫະກຳ

ທ່ານ ພອນສະຫວັນ ປັນຍາດີ

ຄະນະຜູ້ບໍລິຫານຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄປທັດສະນະສຶກສາພາຍໄຕ້ໂຄງການກະເສດຢັ້ງຢືນຕາມຫຼັກຂອງປັດສະຍາເສດຖະກິດແບບພໍພຽງງທີ່ສະຖາບັນການອາຊີວະສຶກສາກະເສດພາກເໜືອ( ແຂວງຕາກ)ແຫ່ງປະເທດໄທໂດຍການໄປທັດສະນະສຶກສາທີ່ວິທະຍາໄລກະເສດພິຈິດ,ກຳແພງເພັດແລະວິທະຍາໄລກະເສດພະເຍົາໃນຄັ້ງວັນທີ: 20-23.6.2023 ໂດຍການສະໜັບສະໜູນງົບປະມານຈາກໂຄງການ TICA ແຫ່ງຣາຊະອານາຈັກໄທ

 


ຄະນະຜູ້ບໍລິຫານຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄປທັດສະນະສຶກສາພາຍໄຕ້ໂຄງການກະເສດຢັ້ງຢືນຕາມຫຼັກຂອງປັດສະຍາແບບພໍພຽງງທີ່ວິທະຍາໄລກະເສດພິຈິດ,ກຳແພງເພັດແລະວິທະຍາໄລກະເສດພະເຍົາໃນຄັ້ງວັນທີ: 20-23.6.2023 ໂດຍການສະໜັບສະໜູນງົບປະມານຈາກໂຄງການ TICA ແຫ່ງຣາຊະອານາຈັກໄທ

ການຝຶກອົບຮົມການປຸງແຕ່ງອາຫານໄທ ( ປະເພດອາຫານຄາວ-ອາຫານຫວານ) ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາປີສຸດທ້າຍສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມໃນຄັ້ງວັນທີ:12-13.6.2023

 

ການຝຶກອົບຮົມການປຸງແຕ່ງອາຫານໄທ ( ປະເພດອາຫານຄາວ-ອາຫານຫວານ) ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາປີສຸດທ້າຍສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມໃນຄັ້ງວັນທີ:12-13.6.2023 ໂດຍແມ່ນຄູຝຶກທີ່ເປັນ Chef ຈຳນວນ 2 ທ່ານ ມາຈາກສະຖານທູດແຫ່ງປະເທດໄທປະຈຳຢູ່ນະຄອນຫຼວງວຽງຈັນມາຝຶກອົບຮົມໃຫ້.

ຄະນະທີມງານຂອງປະເທດໄທທີ່ເດີນທາງມາຕິດຕາມການກໍ່ສ້າງສູນຮຽນຮູ້ເພື່ອການພັດທະນາການກະເສດແບບຍັ່ງຢືນຕາມແນວທາງປັດຊະຍາຂອງເສດຖະກິດພໍພຽງ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ໃນຄັ້ງວັນທີ: 10.05.2023




ຄະນະທີມງານຂອງປະເທດໄທທີ່ເດີນທາງມາຕິດຕາມການກໍ່ສ້າງສູນຮຽນຮູ້ເພື່ອການພັດທະນາການກະເສດແບບຍັ່ງຢືນຕາມແນວທາງປັດຊະຍາຂອງເສດຖະກິດພໍພຽງ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ໃນຄັ້ງວັນທີ: 10.05.2023  ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນ,ພ້ອມດ້ວຍພະນັກງານຄູອາຈານທີ່ກ່ຽວຂ້ອງ,ຝ່າຍປະເທດໄທນຳໂດຍທ່ານ ປະຈັກ ທາສີ ຜູ້ອຳນວຍການສະຖາບັນການອາຊີວະກະເສດພາກເໜືອ,ພ້ອມດ້ວຍຄະນະທີມງານຈາກປະເທດໄທ ( ເລີ່ງລາຍຊື່ຕາມເອກະສານຄັດຕິດ )

ຈຸດປະສົງແມ່ນເພື່ອຕິດຕາມການກໍ່ສ້າງສູນຮຽນຮູ້ເພື່ອການພັດທະນາການກະເສດແບບຍັ່ງຢືນຕາມແນວທາງປັດຊະຍາຂອງເສດຖະກິດພໍພຽງ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ໃນຄັ້ງວັນທີ: 10.05.2023 ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນໄດ້ລາຍງານສະພາບການຈັດຕັ້ງການຮຽນ-ການສອນຂອງໂຮງຮຽນ ແລະ ການກໍ່ສ້າງສູນຮຽນຮູ້ດັ່ງກ່າວໃຫ້ຄະນະທີມງານຮັບຊາບ ແລະ ລົງເຄື່ອນໄຫວຕິດຕາມການເຮັດພາກປະຕິບັດຂອງສາຂາຕ່າງໆພາຍໃນໂຮງຮຽນ,ຫຼັງຈາກນັ້ນໄດ້ນຳພາໄປເບິ່ງສະຖານທີ່ການກໍ່ສ້າງສູນຮຽນຮູ້ເພື່ອການພັດທະນາການກະເສດແບບຍັ່ງຢືນຕາມແນວທາງປັດຊະຍາຂອງເສດຖະກິດພໍພຽງ ຫຼັງຈາກນັ້ນຄະນະທີມງານດັ່ງກ່າວໄດ້ເດີນທາງກັບໄປແຂວງຫຼວງພະບາງໃນເວລາ 13: 30 ນາທີ.

















                                   ແຜນດຳເນີນງານການກໍ່ສ້າງສູນຮຽນຮູ້ Master Plans


ກອງປະຊຸມປຶກສາລືກ່ຽວກັບການສ້າງສູນຮຽນຮູ້ເພື່ອການພັດທະນາກະສິກຳແບບຍືນຍົງພາຍໃຕ້ການຮ່ວມມືດ້ານວິຊາການລາວ-ໄທ ( TICA ) ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ໃນຄັ້ງວັນທີ 23-24 ພະຈິກ 2022

 

ຜົນສຳເລັດຂອງການຝຶກອົບຮົມການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນ ຊຸດການສອນເຂົ້າໃນລະບົບເວບໄຊໃຫ້ແກ່ຄະນະພະແນກ, ພາກວິຊາ/ຂະແໜງການຂອງໂຮງຮຽນເຕັກນິກວິຊາຊີບ-ແບບປະສົມ ແຂວງໄຊຍະບູລໃນຄັ້ງວັນທີ 4 ພະຈິກ 2022

  ການຝຶກອົບຮົມການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນຊຸດການສອນເຂົ້າໃນລະບົບເວບໄຊ

ໃຫ້ແກ່ຄະນະພະແນກ, ພາກວິຊາຂອງໂຮງຮຽນເຕັກນິກວິຊາຊີບ-ແບບປະສົມ ແຂວງໄຊຍະບູລີ,ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 30 ຕຸລາ ປີ2022 ເວລາ 8ໂມງ 00 ນາທີ ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນີກ-ວິຊາຊີບແບບປະສົມແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນ,ຄູຝຶກ 2 ທ່ານ,ຕາງໜ້າຄະນະພະແນກ,ຄະນະພາກວິຊາ,ຜູ້ຮັບຜິດຊອບລະບົບຖາຂໍ້ມູນຂອງແຕ່ລະພາກວິຊາ,ພະແນກການ,ຂະແໜງການເຂົ້້າຮ່ວມຈຳນວນ 27 ຄົນ,ຍິງ 3ຄົນ,ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາ 5ວັນ ແຕ່ວັນທີ 30 ຕຸລາ - 4 ພະຈິກ 2022 ຈຶ່ງຈະສຳເລັດ.
ທຶນສະໜັບສະໜູນໃນການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການຝຶກອົບຮົມວິຊາຊີບ ແລະ ສົ່ງເສີມການມີວຽກເຮັດງານທຳ        ( ໂຄງການ VTESS )

ກອງປະຊຸມຝຶກອົບຮົມ ການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນ ຊຸດການສອນເຂົ້າໃນລະບົບເວບໄຊໃຫ້ແກ່ຄະນະພະແນກ, ພາກວິຊາ/ຫົວໜ້າຂະແໜງການຂອງໂຮງຮຽນເຕັກນິກວິຊາຊີບ-ແບບປະສົມ ແຂວງໄຊຍະບູລີ. ວັນທີ 31 ຕຸລາ - 4 ພະຈິກ 2022, ສະໜັບສະໜູນໂດຍ ໂຄງການ VTESS


ພິທີມອບ-ຮັບອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42ແມັດມູນຄ່າ: 425.000.000 ກີບ ທຶນໃນການຊື້ວັດສຸດຸອຸປະກອນການກໍ່ສ້າງໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການມູນນິທິເກື້ອຝັນເດັກ

 

    ພິທີມອບ-ຮັບອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42 ແມັດມູນຄ່າ: 425.000.000 ກີບ ທຶນໃນການຊື້ວັດສຸດຸອຸປະກອນການກໍ່ສ້າງໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການມູນນິທິເກື້ອຝັນເດັກ,ພິທີດັ່ງກ່າວໄດ້ໄຂຂຶ້ນທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານ ອ່ອນຕາ ພົມມະຈິດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນ,ທ່ານ ເເດນຽວ ມາໂຄ ຊິກຟຣີ ຫົວໜ້າໂຄງການມູນນິທິເກື້ອຝັນເດັກ ,ມີຄະນະອຳນວຍການໂຮງຮຽນ,ພະນັກງານຄູອາຈານ ແລະ ແຂກເຂົ້າຮ່ວມພ້ອມດ້ວຍນັກສຶກສາຈຳນວນໜຶ່ງ.

ກອງປະຊຸມ ຄະນະຮັບຜິດຊອບໂຄງການ ຝຶກອົບຮົມ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS) ຂັ້ນແຂວງ,ທີ່ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງໄຊຍະບູລີ ຄັ້ງວັນທີ 18 ສິງຫາ 2022

 

ກອງປະຊຸມຄະນະຮັບຜິດຊອບຂັ້ນແຂວງ ຂອງໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດວຽກເຮັດງານທຳ (VTESS) ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນພະຫັດ ວັນທີ 18 ສິງຫາ 2022 ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ດຳເນີນເປັນເວລາ 1 ​ຕອນ, ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ, ເຊິ່ງມີຜູ້ຕາງໜ້າຈາກຄະນະຮັບບຜິດຊອບຂັ້ນແຂວງ, ຜູ້ໃຫ້ຄຳປຶກສາ,ຄູອາຈານຈາກໂຮງຮຽນເຕັກນິກ-ວິຊາຊີບ ແລະ ທີມງານຂອງໂຄງການເຂົ້າຮ່ວມທັງໝົດ 29 ທ່ານ ຍິງ 8 ທ່ານ ແລະ ທີມງານຈາກໂຄງເຂົ້າຮ່ວມທາງອອນລາຍ ຈາກນະຄອນຫຼວງວຽງຈັນ 4 ​ທ່ານ ຍິງ 2​ ທ່ານ.

1. ຈຸດປະສົງຂອງກອງປະຊຸມ

-    ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ໄລຍະ 6ເດືອນທ້າຍ ປີ2022

    - ນໍາສະເໜີແຜນ ແລະ ປຶກສາຫາລື ກ່ຽວກັບແຜນການຈັດຕັ້ງປະຕິບັດກິດຈະກໍາ  (ຮ່ວກັນກໍານົດຕົວເລກຄາດໝາຍ) ໄລຍະ 6ເດືອນ ທ້າຍປີ 2022

                 - ເພື່ອເປັນການປຶກສາຫາລື ແລກປ່ຽນ ຖອດຖອນບົດຮຽນ ກ່ຽວກັບສິ່ງທີ່ພົ້ນເດັ່ນ ບັນຫາຫົວຂໍ້ທີ່ຄົງຄ້າງ ແລະ ສິ່ງທ້າທາຍ

     ຕ່າງໆ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະວາງແຜນການຈັດຕັ້ງປະຕິດກິດຈະກຳຕ່າງໆຂອງໂຄງການ.

2. ການດໍາເນີນເນື້ອໃນກອງປະຊຸມ

ກອງປະຊຸມຄັ້ງນີ້ ແມ່ນໄດ້ ເປີດຂຶ້ນໃນເວລາ 08:30 ນາທີ ແລະ ໄດ້ດຳເນີນໄປ 1 ​ຕອນ ເຊິ່ງລາຍລະອຽດດັ່ງນີ້:

-       ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວແນະນຳຈຸດປະສົງຄາດໝາຍ ແລະ ຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ ແລະ ຊົມເຊີຍຜົນສຳເລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ພ້ອມນັ້ນກໍ່ຍັງໄດ້ໃຫ້ທິດຊີ້ນຳແກ່ຄະນະຮັບຜິດຊອບໂຄງການຂັ້ນແຂວງ ແຕ່ລະພາກສ່ວນ ໄດ້ມີຄຳຄິດຄຳເຫັນແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນ ເພື່ອໃຫ້ການຈັດຕັ້ງປະຕິບັດໃນຊຸດຕໍ່ໄປ ໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງສຸດ ພ້ອມມທັງກ່າວເປີດພິທີຢ່າງເປັນທາງການ,ທ່ານ ນາງ ສອນເພັດ ສີບຸນຄົງ ຮອງຜູ້ອຳນວຍການໂຮງຮຽນ ຂຶ້ນນຳສະເໜີ ບົດລາຍງານຄວາມຄຶືບໜ້າ ໃນການດຳເນີນການຝຶກອົບຮົມວິຊາຊີບ ໃນໄລຍະທີ່ຜ່ານມາ

-       ທ່ານ ນາງ ແສງອາລຸນ ແກ້ວບົວ ຜູ້ໃຄຳປຶກສາ (ໂຄສ) ຈາກສະຫະພັນແມ່ຍິງແຂວງ ໄດ້ຂຶ້ນຜ່ານບົດນຳສະເໜີຜົນສຳເລັດຂອງການຈັດຕັ້ງວຽກງານອົງປະກອບ 02 (ວົງຈອນການໃຫ້ຄຳປຶກສາ ແລະ ສະໜັບສະໜູນການມີວຽກເຮັດງານທຳ) ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດຕໍ່ໜ້າ

-       ທ່ານ ບຸນທັນ ວາ ຜູ້ໃຫ້ຄຳປຶກສາ ຈາກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ໄດ້ຂຶ້ນນຳສະເໜີ ຜົນສຳເລັດຂອງການຈັດຕັ້ງວຽກງານອົງປະກອບ 03 (ການເອື້ອອຳນວຍສະພາບແວດລ້ອມ)  

-       ໃນວາລະກອງປະຊຸມຜູ້ເຂົ້າຮ່ວມທັງໝົດ ໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ກ່ຽວກັບຜົນສຳເລັດທີ່ໄດ້ຈັດຕັ້ງ ທີ່ຜ່ານມາ ແລະ ວິທີການແກ້ໄຂບັນຫາດັ່ງກ່າວ

3. ຜົນໄດ້ຮັບຈາກກອງປະຊຸມ

- ການປະລະຂອງນັກຮຽນ ແມ່ນໃຫ້ມີການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ ແມ່ນໃຫ້ເລີ່ມແຕ່ຜູ້ປົກຄອງ ຕະຫຼອດຮອດຄູອາຈານໃຫ້ທົ່ວເຖິງ

- ຮຽກຮ້ອງໃຫ້ບັນດາສະຖານປະກອບການທຸກພາກສ່ວນ ໃຫ້ການຮ່ວມມມື ໃນການຮັບເອົານັກຮຽນລົງຝຶກງານ ແລະ ສຶກສາອົບຮົມ ລະດົມແນວຄວາມຄິດຊ່ວຍຕື່ມ

- ໄລຍະເວລາ ຂອງການລົງເເນະເເນວວິຊາຊີບ ເພື່ອຮັບເອົານ້ອງໆນັກຮຽນ ແມ່ນສັ້ນເກີນໄປ ສະນັ້ນ, ຄວນມີການປັບປຸງ ໂດຍການເພີ່ມໄລຍະເວລາອອກໄປຕື່ມ ເພື່ອໃຫ້ເຂົາເຈົ້າໄດ້ມີເວລາໃນການຕັດສິນໃຈ

- ໃນການເວລາທີ່ລົງເເນະເເນວວິຊາຊີບ ເພື່ອຮັບເອົານ້ອງໆນັກຮຽນນັ້ນ ຄວນມີຫຼາຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ ເຊັ່ນ:ສະຫະພັນເເມ່ຍິງ, ຊາວໜຸ່ມແລະ ຄວນໃຊ້ພາສາທ້ອງຖິ່ນ ເພື່ອໃຫ້ຂໍ້ມູນເຂົ້າເຖິງກຸ່ມເປົ້າໝາຍທີ່ມີຄວາມຫຼາກຫຼາຍ

- ໂຄງການ ຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ຫຼື VTESS ນີ້, ເເມ່ນເປັນການຊ່ວຍເຫຼືອທາງດ້ານທຶນຮອນ ຈາກປະເທດສະວີດເຊີເເລນ ເຊິ່ງເປັນບົດບັນທຶກຄວາມເຂົ້າໃຈໂດຍ ກະຊວງສຶກສາທິການ ແລະ ກິລາ ແລະ ຈັດຕັ້ງປະຕິບັດໂດຍ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ຮ່ວມກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງແຂວງ ແລະ ກິດຈະກໍາຂອງໂຄງການນີ້ ເເມ່ນເປັນຄວາມຮັບຜິດຊອບຂອງໝົດທຸກພາກສ່ວນພາຍໃນແຂວງຂອງພວກເຮົາ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້

- ການລົງໄປແນະເເນວວິຊາຊີບ ເພື່ອຮັບເອົານ້ອງໆນັກຮຽນນັ້ນ ບໍ່ຄວນກໍານົດເອົາເເຕ່ເມືອງໃດເມືອງໜຶ່ງ ຫຼື ເຂດໃດເຂດໜຶ່ງເທົ່ານັ້ນ ເເຕ່ຄວນມີການໂຄສະນາ ຫຼື ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ທົ່ວເຖິງທັງໝົດ 11 ເມືອງ ເພື່ອໃຫ້ຂໍ້ມູນເຂົ້າເຖິງກຸ່ມເປົ້າໝາຍ ແລະ ໄດ້ຈໍານວນນ້ອງໆນັກຮຽນຕາມເປົ້າໝາຍ ທີ່ວາງໄວ້

- ສະເໜີຂໍໃຫ້ທາງພະເເນກ ສຶກສາທິການ ແລະ ກິລາ ເປັນເຈົ້າການໃນການພົວພັນກັບຫ້ອງວ່າການແຂວງ ເພື່ອການອອກເເຈ້ງການ ໃນການໂຄສະນາ ຫຼື ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ທົ່ວເຖິງກຸ່ມເປົ້າໝາຍ

- ຄູອາຈານຜູ້ສິດສອນ ຕ້ອງເປັນເຈົ້າການ ແລະ ຕະຕຸ້ນນ້ອງໆນັກຮຽນ ເພື່ອໃຫ້ເຂົ້າຮ່ວມວົງຈອນຂອງການສິດສອນຄົບຕາມກໍານົດເວລາ

4. ແຜນການໃນການຈັດຕັ້ງໃນຕໍ່ໜ້າ

- ໃຫ້ສົມທົບກັບແຕ່ລະພາກສ່ວນ ທຸກຂັ້ນ ເພື່ອລົງໂຄສະນາແນະແນວວິຊາຊີບ ເພື່ອໃຫ້ໄດ້ຜູ້ເຂົ້າຮ່ວມຕາມກຸ່ມເປົ້າໝາຍໄດ້ຕາມກຳນົດ

- ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ແມ່ນໃຫ້ສືບຕໍ່ໃນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການທັງ 3​ ອົງ

ປະກອບ ໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້

- ໃຫ້ໂຮງຮຽເຕັກນິກ-ວິຊາຊີບແບບປະສົມແຂວງ ປັບປຸງຫຼັກສູດໃຫ້ໄປຕາມຍຸກ ຕາມສະໄໝ ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ

- ໃຫ້ທາງໂຄງການ ສືບຕໍ່ຮ່ວມມື ແລະ  ສະໜັບສະໜູນທຶນໃນການຈັດຕັ້ງປະຕິບັດກິດຈະກໍາທັງ 3​ ອົງປະກອບ

- ຜູ້ທີ່ຈະລົງໂຄສະນາແນະແນວນັ້ນ ແມ່ນຕ້ອງເປັນຜູ້ທີ່ມີພອນສະຫວັນດ້ານການປາກເວົ້າໃນການລະດົມແນວຄວາມຄິດ  ແລະຄວນໃຊ້ພາສາທ້ອງຖິ່ນ

- ພາຍຫຼັງສໍາເລັດກອງປະຊຸມ ແມ່ນມອບໃຫ້ກອງເລາຂາ ເປັນຜູ້ຮັບຜິດຊອບໃນການເຮັດບົດບັນທຶກມະຕິກອງປະຊຸມເພື່ອເປັນບ່ອນອີງໃຫ້ເເເຕ່ລະພາກສ່ວນ ໃນການຈັດຕັ້ງປະຕິບັດກິດຈະກໍາ

- ໃຫ້ມີການລົງປະເມີນຜົນໄດ້ຮັບຂອງນັກສໍາມະນາກອນ ເປັນແຕ່ລະໄລຍະ.



































Tips for Creators

🔍Check License

Always check the license before using any resource.

⬇️Download Smart

Organize your files and create your own resource library.

💜Credit When Needed

Some creators deserve credit. Let's support each other!

🚀Be Creative

Use these resources and create something amazing!

🎬Keep Practicing

Practice more, experiment, and improve every day.