ກົດໝາຍວ່າດ້ວຍອາຊີວະສຶກສາ(ສະບັບປັບປຸງ) TVET LAW 2019 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Thursday, December 26, 2019

ກົດໝາຍວ່າດ້ວຍອາຊີວະສຶກສາ(ສະບັບປັບປຸງ) TVET LAW 2019

ທ່ານຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຊີ້ວ່າ ກົດໝາຍອາຊີວະສຶກສາ ຈະເປັນບ່ອນອີງສຳຄັນດ້ານ ນິຕິກຳໃນການຈັດຕັ້ງປະຕິບັດ ວຽກງານອາຊີວະສຶກສາຂອງ ສປປ ລາວ ເພື່ອເຮັດໃຫ້ແຜນປະຕິຮູບ ລະບົບການສຶກສາແຫ່ງຊາດ ປະສົບຜົນສຳເລັດຕາມລະດັບຄາດໝາຍ ແລະ ສ້າງກຳລັງແຮງງານລາວໃຫ້ມີຄວາມຮູ້-ຄວາມສາມາດ ທັງມີຄວາມສອດຄ່ອງກັບຍຸດທະສາດ ການພັດທະນາ ແລະ ໂຄງປະກອບເສດຖະກິດ-ສັງຄົມຂອງປະເທດ ແນໃສ່ກຽມຄວາມພ້ອມຂອງລາວ ເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ໃນປີ 2015. ຂະນະທີ່ປັດຈຸບັນ ໃນທົ່ວປະເທດມີສະຖາບັນ ອາຊີວະສຶກສາທັງພາກລັດ ແລະ ເອກະຊົນທັງໝົດ 95 ແຫ່ງ.

 
ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໃຫ້ສຳພາດຕໍ່ນັກຂ່າວສຶກສາ-ກິລາ ເມື່ອຕອນເຊົ້າວັນທີ 8 ມັງກອນ ຜ່ານມາ ວ່າ: ແມ່ນວ່າໃນໄລຍະຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ມີຄວາມພະຍາຍາມໃນການປັບປຸງວຽກງານ ອາຊີວະສຶກສາຢ່າງເປັນຮູບປະທຳ ໂດຍສະເພາະການເພີ່ມ ແລະ ຂະຫຍາຍໂອກາດເຂົ້າຮຽນໃຫ້ ລູກຫລານປະຊາຊົນບັນດາເຜົ່າ ດ້ວຍການປັບປຸງພື້ນຖານໂຄງລ່າງ ແລະ ພື້ນຖານວັດຖຸ, ການປັບປຸງຄຸນນະພາບການເຝິກອົບຮົມ ໂດຍການປະຕິຮູບ ແລະ ປັບປຸງຫລັກສູດ, ວິທີການເຝິກອົບຮົມຂອງຄູ ແລະ ສຸດທ້າຍແມ່ນການສ້າງຄວາມເຂັ້ມແຂງ ໃຫ້ຂອດຂອງການບໍລິຫານຄຸ້ມຄອງ ແລະ ການຈັດການ ແຕ່ກໍ່ຍັງເຫັນວ່າປະສົບບັນຫາຢູ່ຄືເກົ່າ.
ສະນັ້ນ, ຈຶ່ງຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ເປັນຕົ້ນແມ່ນການເຝິກອົບຮົມວິຊາຊີບ ຍັງບໍ່ທົ່ວເຖິງເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດ, ຂາດຄວາມສອດຄ່ອງລະຫວ່າງ ການສະໜອງການສຶກສາ ແລະ ຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຄ່ານິຍົມໃນການຮຽນວິຊາຊີບຂອງນັກຮຽນຍັງຕ່ຳ ເຮັດໃຫ້ການກໍ່ສ້າງສີມືແຮງງານ ມີລັກສະນະເຫລືອບໍ່ພໍ ແລະ ໂຄງປະກອບການກໍ່ສ້າງກຳລັງແຮງງານ ບໍ່ເປັນຮູບທາດ.
ພ້ອມນັ້ນ, ຄຸນນະພາບຂອງວຽກງານອາຊີວະສຶກສາ ແລະ ການເຝິກອົບຮົມວິຊາຊີບ ຖ້າທຽບໃສ່ປະເທດໃນບັນດາພາກພື້ນແມ່ນຍັງຕ່ຳ ແລະ ຜູ້ປະກອບການ ຫລື ຫົວໜ່ວຍແຮງງານຍັງບໍ່ທັນມີສ່ວນຮ່ວມ ໃນການເຝິກອົບຮົມວິຊາຊີບຢ່າງແຂງແຮງ. ດ້ວຍເຫດຜົນ ແລະ ຄວາມຈຳເປັນທີ່ກ່າວມາຂ້າງເທິງນັ້ນ ຈຶ່ງມີຄວາມຈຳເປັນໃນການຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ ສະບັບນີ້ຂື້ນມາ ເພື່ອເປັນບ່ອນອີງພື້ນຖານທາງດ້ານນິຕິກຳ ໃນການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາຂອງ ສປປ ລາວ ກໍ່ຄືການປະຕິຮູບລະບົບການສຶກສາແຫ່ງຊາດ ໃຫ້ສອດຄ່ອງກັບຍຸດທະສາດ ການພັດທະນາ ແລະ ໂຄງປະກອບເສດຖະກິດຂອງປະເທດ ແນໃສ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ ເວົ້າລວມ, ເວົ້າສະເພາະແມ່ນການກຽມຄວາມພ້ອມຂອງ ສປປ ລາວ ໃນການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ຫລື ເອອີຊີ ໃນປີ 2015.
ທ່ານຫົວໜ້າກົມອາຊີວະສຶກສາ ກ່າວອີກວ່າ: ຄຽງຄູ່ກັນນັ້ນ, ກໍ່ຈະເຮັດໃຫ້ຂະແໜງການກ່ຽວຂ້ອງສາຍຕັ້ງ, ສາຍຂວາງ, ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດ ອົງການປົກຄອງແຕ່ລະຂັ້ນ, ຫົວໜ່ວຍແຮງງານມີຄວາມເຂົ້າໃຈຖຶກຕ້ອງ ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດກົດໝາຍ ສະບັບນີ້ຢ່າງຖຶກຕ້ອງ ແລະ ມີປະສິດທິຜົນສູງ.
ທັງນີ້, ຫລັງຈາກກອງປະຊຸມສະໄໝສາມັນ ເທື່ອທີ VI ຂອງສະພາແຫ່ງຊາດ ຊຸດທີ VII ຮັບຮອງເອົາຮ່າງກົດໝາຍ ດັ່ງກ່າວຢ່າງເປັນທາງການ ເມື່ອວັນທີ 23 ທັນວາ 2013 ແລະ ປະທານປະເທດໄດ້ອອກດຳລັດປະກາດໃຊ້ ແລະ ມີຜົນສັກສິດແລ້ວ ລັດຖະບານ ເວົ້າລວມ, ເວົ້າສະເພາະ ກະຊວງສຶກສາທິການ ແລະ ກິລາ ກໍ່ຄືກົມອາຊີວະສຶກສາ ຈະເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຢ່າງກວ້າງຂວາງໃນທົ່ວສັງຄົມ ແລະ ພ້ອມກັນຈັດຕັ້ງປະຕິບັດກົດໝາຍສະບັບນີ້ຢ່າງເຂັ້ມງວດ.
ຢ່າງໃດກໍ່ຕາມ, ແຜນຍຸດທະສາດ ແລະ ແຜນແມ່ບົດການພັດທະນາວຽກງານ ອາຊີວະສຶກສາ ແຕ່ນີ້ຮອດປີ 2015, ພັກ ແລະ ລັດຖະບານ ກໍ່ຄືກະຊວງ ສສກ ໄດ້ເອົາໃຈໃສ່ລົງທຶນເຂົ້າໃນການກໍ່ສ້າງ ພື້ນຖານໂຄງລ່າງ ແລະ ປະກອບອຸປະກອນເທັກນິກ ໃຫ້ແກ່ສະຖານອາຊີວະສຶກສາຂອງພາກລັດ ແລະ ຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນມາລົງທຶນໃສ່ວຽກງານນີ້ ເຮັດໃຫ້ວຽກງານອາຊີວະສຶກສາມີການຂະຫຍາຍຕົວຂື້ນເທື່ອລະກ້າວ ທັງດ້ານປະລິມານ ແລະ ຄຸນນະພາບ, ທຸກແຂວງໃນທົ່ວປະເທດມີໂຮງຮຽນວິຊາຊີບ ຂອງລັດຢ່າງໜ້ອຍ 1 ແຫ່ງ.
ໃນນັ້ນ ສົກຮຽນ 2012-2013 ຜ່ານມາ ທົ່ວປະເທດມີສະຖາບັນອາຊີວະສຶກສາທັງພາກລັດ ແລະ ເອກະຊົນທັງໝົດ 95 ແຫ່ງ, ໃນນີ້ເປັນຂອງລັດ 22 ແຫ່ງ ແລະ ເອກະຊົນທັງໝົດ 73 ແຫ່ງ; ມີນັກຮຽນທີ່ກຳລັງຮຽນຢູ່ວິທະຍາໄລ ແລະ ໂຮງຮຽນເຕັກນິກ-ວິຊາຊີບພາກລັດ 20.886 ຄົນ, ຍິງ 7.717 ຄົນ ແລະ ພາກເອກະຊົນ 40.198 ຄົນ, ຍິງ 20.055 ຄົນ; ມີພະນັກງານ, ຄູ-ອາຈານຢູ່ໃນວິທະຍາໄລ ແລະ ໂຮງຮຽນເຕັກນິກ-ວິຊາຊີບພາກລັດ 2,073 ຄົນ, ຍິງ 737 ຄົນ ແລະ ພາກເອກະຊົນ 3.342 ຄົນ, ຍິງ 1.000 ຄົນ. ແນວໃດກໍ່ດີ, ສຳລັບກົດໝາຍວ່າດ້ວຍອາຊີວະສຶກສາສະບັບດັ່ງກ່າວ ປະກອບມີ 13 ພາກ ແລະ 107 ມາດຕາ
ແຫຼ່ງທີ່ມາຂໍ້ມູນ: www.stvetlao.org 

             ກົດໝາຍວ່າດ້ວຍອາຊີວະສຶກສາ( ສະບັບປັບປຸງ ) TVET LAW 2019 

No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ