ພາລະບົດບາດ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

ພາລະບົດບາດ

 ພາລະ​ບົດບາດຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ

-​​​​​​ ເປັນ​ບ່ອນ​ຝືກອົບຮົມ​​​ ແລະ ​ຍົກ​ລະດັບ​ວິຊາ​ຊີບ​ຂັ້ນ​ພື້ນຖານ ຕາມ​ຫຼັກສູດ​ນອກ​ລະບົບ​ ​ໂຮງຮຽນ​ໃຫ້​ແກ່​ ຊາວ​ໜຸ່ມ , ​ແມ່ຍິງ ຫຼື​ ຜູ້​ທີ່ດ້ອຍ​ໂອກາດ​ໃນ​ການ​ສຶ​ກສາ​ເພື່ອ​ເຮັດ​ໃຫ້​ອາຊີບ​ດັ້ງ​ກ່າວ​ເປັນ​ອາຊີບ​ເສີມ​ໃນ​ຂັ້ນ​ພື້ນຖານ​ໃດ​ໜຶ່ງ​ທີ່​ສຳຄັນ​ໃຫ້​ແກ່​ການ​ປະກອບ​ອາຊີບ.
-​ ເປັນ​ບ່ອນ​ຝຶກອົບຮົມຍົກ​ລະດັບ ​ແລະ​ເສີມ​ຄວາມ​ຮູ້​ໃໝ່ໆທາງ​ດ້ານ​ເຕັກນິກ​ໄລຍະ​ສັ້ນ, ​​ໄລຍະ​ຍາວ ຕາມ​ຫຼັກສູດ​ໃນ​ລະບົບວິຊາ​ຊີບ​ຂັ້ນ​ຕົ້ນ ຫາ ລະດັບ​ປະກາສະນີຍະບັດ​ຊັ້ນ​ກາງ, ທຽບ​ເທົ່າ ຫຼື ​ໃບ​ຢັ້ງຢືນ​ການ​ຝຶກອົບຮົມ​ຕາມ​ແຕ່​ລະ​ສາຂາ​ຂອງການ​ຝຶກອົບຮົມ.
- ຮັບ​ນັກຮຽນ​ທີ່​ຮຽນ​ຈົບ​ປະຖົມ​ຂື້ນ​ໄປ ​ແລະ ​ພະນັກງານ​ມາ​ຮຽນ​ຕໍ່ ​ແລ້ວ​ຈັດ​ໃສ່​ຮຽນ​ຕາມ​ຫຼັກສູດ​ທີ່​ຮ້ອງ​ຂໍ ​ແລະ ​ເຫຼາະສົມ
- ຮັບ​ນັກຮຽນ​ທີ່​ຈົບ​ມັດ​ຖະຍົມ​ປາຍ (ມ 7 ) ​ແລະ ຜູ້​ທີ່​ຮຽນ​ຕາມ​ຫຼັກສູດ​ໄລຍະ​ສັ້ນ​ມາ​ຮຽນ​ ​ເພື່ອ​ສືບ​ຕໍ່​ຮຽນ​ຕໍ່​ເນື່ອງ​ໃຫ້​ກາຍ​ເປັນ​ການ​ຮຽນ​ຕາມ​ຫຼັກສູດ​ໄລຍະຍາວ​ປົກກະຕິ​ວິຊາ​ຊີບ​ຊັ້ນ​ການ​ ​ແລະ ຊັ້ນ​ສູງ.

No comments:

Post a Comment

ສົນທະນາ