ກອງປະຊຸມຝຶກອົບຮົມ ການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນ ຊຸດການສອນເຂົ້າໃນລະບົບເວບໄຊໃຫ້ແກ່ຄະນະພະແນກ, ພາກວິຊາ/ຫົວໜ້າຂະແໜງການຂອງໂຮງຮຽນເຕັກນິກວິຊາຊີບ-ແບບປະສົມ ແຂວງໄຊຍະບູລີ. ວັນທີ 31 ຕຸລາ - 4 ພະຈິກ 2022, ສະໜັບສະໜູນໂດຍ ໂຄງການ VTESS - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Tuesday, November 1, 2022

ກອງປະຊຸມຝຶກອົບຮົມ ການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນ ຊຸດການສອນເຂົ້າໃນລະບົບເວບໄຊໃຫ້ແກ່ຄະນະພະແນກ, ພາກວິຊາ/ຫົວໜ້າຂະແໜງການຂອງໂຮງຮຽນເຕັກນິກວິຊາຊີບ-ແບບປະສົມ ແຂວງໄຊຍະບູລີ. ວັນທີ 31 ຕຸລາ - 4 ພະຈິກ 2022, ສະໜັບສະໜູນໂດຍ ໂຄງການ VTESS




ກອງປະຊຸມຝຶກອົບຮົມ ການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນ ຊຸດການສອນເຂົ້າໃນລະບົບເວບໄຊໃຫ້ແກ່ຄະນະພະແນກ, ພາກວິຊາ/ຫົວໜ້າຂະແໜງການຂອງໂຮງຮຽນເຕັກນິກວິຊາຊີບ-ແບບປະສົມ ແຂວງໄຊຍະບູລີ. ວັນທີ 31 ຕຸລາ - 4 ພະຈິກ 2022, ສະໜັບສະໜູນໂດຍ ໂຄງການ VTESS ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 31 ຕຸລາ2022 ທີ່ຫ້ອງປະຊຸມຂອງໂຮງຮຽນ,ໂດຍການເປັນປະທານຂອງທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນ ມີຄະນະພະແນກ,ພາກວິຊາ,ຫົວໜ້າຂະແໜງ ແລະ ພະນັກງານວີາການທີ່ກ່ຽວຂ້ອງ,ແລະ ຄູຝຶກເຂົ້້າຮ່ວມລວມທັງໝົດ 25ຄົນ,ຍິງ 4 ຄົນ ກອງປະຊຸມຝຶກອບົຮມໃນຄັ້ງນີ້ຈະດຳເນີນເປັນເວລາ5ວັນຈຶ່ງຈະສຳເລັດ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້:

§   ເພື່ອໃຫ້ຄະນະພະແນກ, ພາກວິຊາໄດ້ຮຽນຮູ້ ແລະ ຝຶກຝົນທັກສະໃນການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນເຂົ້າໃນລະບົບເວບໄຊ;

§    ເພື່ອ​ໃຫ້ຄະນະພະແນກ, ພາກວິຊານຳໃຊ້ຄວາມຮູ້ ແລະ ທັກສະການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນເຂົ້າໃນລະບົບເວບໄຊຂອງແຕ່ລະພະແນກ ແລະ ພາກວິຊາ ເພື່ອຫັນເອົາແນວທາງນະໂຍບາຍຂອງກົມອາຊີວະສຶກສາ, ມາເປັນແຜນຈັດຕັ້ງປະຕິບັດຂອງພະແນກ, ພາກວິຊາຂອງຕົນເອງ;

 ເນື້ອໃນ

·       ການສ້າງສື່ການຮຽນ-ການສອນ ແລະ ການອັບໂຫຼດຂໍ້ມູນເຂົ້າໃນລະບົບເວບໄຊ ,ການປັບປຸງ ແລະ ພັດທະນາລະບົບເວໄຊຂອງໂຮງຮຽນ,ເວບໄຊຂອງໂຄງການ VTESS ປະຈຳໂຮງຮຽນ,ການປັບປຸງເວບໄຊຂອງພາກວິຊາ,ເວບໄຊຂອງຂະແໜງການຕະຫລອດຮອດການເຊື່ອມໂຍງທຸກລະບົບເຂົ້າກັບເວບໄຊລວມ

·        ການສ້າງສື່ດ້ວຍໂປຼແກມ Movie Makerນຳສະເໜີການສ້າງສື່ ໂປຼແກມ PowerPoint ແລະ ສົນທະນາປະກອບຄຳເຫັນແລກປ່ຽນບົດຮຽນບັນທຶກ File ເອກສານເປັນ ວິດີໂອ, JPG, PDF

·       ນຳສະເໜີວິທີສະໝັກເຂົ້າເວບໄຊຂອງ YouTube ແລະ ຂັ້ນຕອນການອັບໂຫຼດວິດີໂອໄປໄວ້ໃນເວບໄຊຂອງ YouTube

·       ນຳສະເໜີການປັບປຸງໂຄງສ້າງເວບໄຊ ຂອງແຕ່ລະພະແນກ/ພາກວິຊາ/ແຕ່ລະຂະແໜງການ

·       ຂັ້ນຕອນເອົາ Link video ຈາກ YouTube ມາອັບໂຫຼດເຂົ້າໃນເວບໄຊຂອງແຕ່ລະພະແນກ/ພາກວິຊາ

·       ການເອົາຊຸດການສອນໄປຝາກໄວ້ໃນ Internet ເປັນຕົ້ນແມ່ນ Google Drive, Mage, Mediafire

ແລະ ການ Link ຂອງຊຸດການສອນຈາກ Google Drive Mage, Media fire ມາອັບໂຫຼດເຂົ້າໃນເວບໄຊຂອງແຕ່ລະພະແນກ/ພາກວິຊາ

·       ແນະນຳຂັ້ນຕອນການປັບປຸງເວບໄຊຂອງແຕ່ລະພະແນກ\ພາກວິຊາ/ຂະແໜງຮຽນໃຫ້ສຳເລັດ ແລະ ພ້ອມນຳໃຊ້

·       ພັດທະນາແລະປັບປຸງເວບໄຊຂອງໂຄງການ VTESS ທີ່ໄດ້ອອກແບບໄວ້ແລ້ວໃຫ້ສຳເລັດ www.vtessxayaboury.blogspot.comໃຫ້ສົມບູນແບບ ແລະ ນຳໃຊ້ໄດ້ຕະຫຼອດໄປ.

·       ໂຄງສ້າງເວບໄຊທີ່ສຳເລັດ ແລະ ວິທີອັບໂຫຼດຂໍ້ມູນເຂົ້າໃນລະບົບເວບໄຊດ້ວຍ File Word, Pdf, PPTX, Video

·       ປັບປຸງໂຄງສ້າງຂອງເວບໄຊໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ຕະຫຼອດໂດຍບໍ່ເສຍຄ່າໃຊ້ຈ່າຍໃດໃດໃນການຄຸ້ມຄອງລະບົບ,ເພາະທາງທີມງານຄູຝືກມີການກະກຽມລະບົບທີ່ໄດ້ມາດຕະຖານ.

·       ການຕັດຕໍ່ VIDEO ເພື່ອນຳສະເໜີໂຄສະນາການຈັດຕັ້ງການຮຽນ-ການສອນທັງໄລຍະຍາວ ແລະ ການຈັດຝຶກອົບຮົມໄລຍະສັ້ນຂອງໂຄງການ VTESS ທີ່ສະໜັບສະໜູນການຝຶກອົບຮົມດັ່ງກ່າວ.




kkkkkkkkkkkkkkkkkkkkkkkkkkkkkkkk

                                                    ຕາຕະລາງການຝຶກອົບຮົມ


No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ