ພິທີມອບ-ຮັບອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42ແມັດມູນຄ່າ: 425.000.000 ກີບ ທຶນໃນການຊື້ວັດສຸດຸອຸປະກອນການກໍ່ສ້າງໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການມູນນິທິເກື້ອຝັນເດັກ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Monday, October 17, 2022

ພິທີມອບ-ຮັບອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42ແມັດມູນຄ່າ: 425.000.000 ກີບ ທຶນໃນການຊື້ວັດສຸດຸອຸປະກອນການກໍ່ສ້າງໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການມູນນິທິເກື້ອຝັນເດັກ

 

    ພິທີມອບ-ຮັບອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42 ແມັດມູນຄ່າ: 425.000.000 ກີບ ທຶນໃນການຊື້ວັດສຸດຸອຸປະກອນການກໍ່ສ້າງໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການມູນນິທິເກື້ອຝັນເດັກ,ພິທີດັ່ງກ່າວໄດ້ໄຂຂຶ້ນທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານ ອ່ອນຕາ ພົມມະຈິດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນ,ທ່ານ ເເດນຽວ ມາໂຄ ຊິກຟຣີ ຫົວໜ້າໂຄງການມູນນິທິເກື້ອຝັນເດັກ ,ມີຄະນະອຳນວຍການໂຮງຮຽນ,ພະນັກງານຄູອາຈານ ແລະ ແຂກເຂົ້າຮ່ວມພ້ອມດ້ວຍນັກສຶກສາຈຳນວນໜຶ່ງ.

ບົດລາຍງານ

ກ່ຽວກັບການກໍ່ສ້າງອາຄານອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42ແມັດໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການມູນນິທິເກື້ອຝັນເດັກ

- ອີງຕາມ ຂໍ້ຕົກລົງຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີສະບັບເລກທີ:5577/ສກຂ.ຊຍລົງວັນທີ 24.12.2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລວມກ່ຽວກັບການກໍ່ສ້າງອາຄານ6 ຫ້ອງຮຽນ.

- ອີງຕາມ ຜົນສຳເລັດຂອງການຈັດຕັ້ງປະຕິບັດການກໍ່ສ້າງອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42 ແມັດປະຈຳສົກຮຽນ: 2018-2019

 - ອີງຕາມ ການຄົ້ນຄົ້ວາ,ເຫັນດີເປັນເອກະພາບຂອງຄະນະອຳນວຍການໂຮງຮຽນ

ຄະນະຮັບຜິດຊອບການກໍ່ສ້າງອາຄານຮຽນ6ຫ້ອງຮຽນຂະໜາດ 8x42 ແມັດຂອງໂຮງຮຽນເຕັກນິກ-

ວິຊາຊີບແບບປະສົມແຂວງໄຊຍະບູລີຂໍລາຍງານກ່ຽວກັບການຈັດຕັ້ງປະຕິບັດການກໍ່ສ້າງອາຄານໃນສົກຮຽນ: 2018-2019 ດັ່ງລາຍລະອຽດລຸ່ມນີ້:

1.           ສະພາບລວມ

ການກໍ່ສ້າງອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42 ແມັດໄດ້ເລີ່ມຕົ້ນການກໍ່ສ້າງແຕ່ວັນທີ

17.12.2018 ຫາວັນທີ 5.7.2019 ລວມໄລຍະເວລາ 125 ວັນ ເຊີ່ງແມ່ນທາງໂຮງຮຽນໄດ້ແຕ່ງຕັ້ງຄະນະຮັບຜິດຊອບ

ພາກສະໜາມສາຂາກໍ່ສ້າງເຄຫະສະຖານຈຳນວນ 4 ຄົນ,ນັກສຶກສາສາຂາກໍ່ສ້າງຈຳນວນ 32ຄົນ,ຍິງ 2 ຄົນ,ໂດຍການນຳໃຊ້ແຮງງານຂອງນັກສຶກສາທັງໝົດພາຍໃນໂຮງຮຽນໃນການຊ່ວຍວຽກແຕ່ລະກິດຈະກຳໂດຍແມ່ນສາຂາກໍ່ສ້າງເຄຫະສະຖານ,ສາຂາໄຟຟ້າເຕັກນິກ,ສາຂາຊ່າງຈອດໂລຫະ ແລະ ທໍ່ນໍ້າ,ສາຂາຊ່າງໄມ້,ສາຂາຊ່າງສ້ອມແປງທົ່ວໄປພ້ອມດ້ວຍນັກສຶກສາໃນຂະແໜງການຕ່າງໆທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຕ່າງໆຕາມໜ້າວຽກທີ່ມອບໝາຍໃຫ້.

2.           ການຈັດຕັ້ງປະຕິບັດຕົວຈິງ.

-       ພະນັກງານ ແລະນັກສຶກສາສາຂາກໍ່ສ້າງເຄຫະສະຖານຈຳນວນ 32ແຮງງານຮັບຜິດຊອບວຽກງານການກໍ່ສ້າງວຽກຕີຜັງ,ຕັ້ງເສົາຕໍມໍ,ເທຄານດິນ,ເທເສົາ,ເທຄານເທິງ,ຕັ້ງວົງກົບ,ກໍ່ດິນຈີ່ຝາໜ້າ 10cm ,ເທຄານທັບ,ກໍ່ຊ່ອງລົມ,ໂບກຝາ,ເທພື້ນ,ເທຟຸດບາດທາງຢ່າງ,ເທພະນັກນັ່ງ,ຕິດກະໂລພື້ນ,ທາສີ ແລະວຽກອະນາໄມອ້ອມອາຄານ.

-       ພະນັກງານ ແລະນັກສຶກສາສາຂາຊ່າງໄມ້ຈຳນວນ 15ແຮງງານຜະລິດວົງກົບປະຕູ,ວົງກົບປ່ອງຢ້ຽມ,ຕິດບານປະຕູ,ຕິດຕັ້າງກະດານຂາວໃນອາຄານຫ້ອງຮຽນ,ຜະລິດໂຕະຕັ່ງນັກຮຽນ 90ຊຸດ ແລະ ໂຕະຕັ່ງຄູຈຳນວນ 6ຊຸດ.

-       ພະນັກງານແລະນັກສຶກສາສາຂາຊ່າງຈອດໂລຫະ ແລະ ທໍ່ນໍ້າຈຳນວນ34ແຮງງານຈອດໂຄງຫຼັງຄາຈຳນວນ 600ຕາແມັດ ແລະ ຈອດລະບຽບຫ້ອງຮຽນຈຳນວນ 24 ຕາແມັດ.

-       ພະນັກງານແລະນັກສຶກສາສາຂາໄຟຟ້າເຕັກນິກຈຳນວນ 37 ແຮງງານຕິດຕັ້ງອດກໄຟ,ຕິດຕັ້ງພັດລົມຕິດຝາ,ຕິດຕັ້ງກ່ອງລອຍເດີນລາງວາຍເວ,ເດີນສາຍໄຟໃນທໍ່ເທິງເພດານ,ຕໍ່ດອກໄຟ,ປະກອບກະດານໄຟຟ້າ ແລະ ປະກອບຕູ້ໂລດ,ເດີນຕາຂ່າຍພາຍນອກອາຄານພ້ອມກວດເຊັກລະບົບໄຟຟ້າທັງໝົດໃນອາຄານ.

-       ໄດ້ຮັບການກວດກາທາງດ້ານເຕັກນິກການກໍ່ສ້າງຈາກຄະນະຮັບຜີດຊອບລວມຂັ້ນພະແນກສຶກສາທິການ ແລະກິລາແຂວງເປັນແຕ່ລະໄລຍະການກໍ່ສ້າງແຕ່ລະໜ້າວຽກຕາມສັນຍາໂຄງການ.

-       ໄດ້ຜ່ານການຄໍ້າປະກັນຕາມລະບຽບຂອງໂຄງການເກື້ອຝັນເດັັກໃນການຮັບປະກັນການກໍ່ສ້າງອາຄານໃນໄລຍະ 1 ປີ

-       ເອົາໃຈໃສ່ໃນການປົກປັກຮັກສາແລະສ້ອມແປງໃນກໍລະນີທີ່ມີການເປີເປື້ອນພາຍໃນອາຄານ ແລະ ສ້ອມແປງອຸປະກອນຮັບໃຊ້ຕ່າງໆພາຍໃນອາຄານດັ່ງກ່າວໃນແຕ່ລະປີ.

3.                   ດ້ານງົບປະມານການກໍ່ສ້າງ.

ງົບປະມານໃນການຊື້ວັດສະດຸ ແລະ ອຸປະກອນການກໍ່ສ້າງທັງໝົດແມ່ນໄດ້ຮັບການສະໜັບສະໜູ

ນຈາກໂຄງການເກື້ອຝັນເດັກມູນຄ່າ: 425.000.000 ກີບ ຄິດໄລ່ຄ່າແຮງງານຕ່າງໆໃນນການກໍ່ສ້າງໂດຍແມ່ນໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີດຳເນີນການກໍ່ສ້າງໂດຍພະນັກງານວິຊາການສາຂາກໍ່ສ້າງເຄຫະສະຖານລວມມູນຄ່າ: 595.000.000 ກີບ ລວມມູນຄ່າການກໍ່ສ້າງທັງໝົດ: 1.020.000.000 ກີບ

4.                   ຜົນໄດ້ຮັບຂອງໂຄງການ

-       ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ຮັບຫ້ອງຮຽນພາກທິດສະດີຈຳນວນ 6 ຫ້ອງ

ຮຽນເຊິ່ງແຕ່ລະຫ້ອງຮຽນມີໂຕະຕັ່ງນັກຮຽນ15ຊຸດ ແລະ ໂຕະຕັ່ງຄູ 1 ຊຸດ ພ້ອມປະກອບການດານຂາວ 1 ແຜ່ນຄົບຊຸດ.

-       ໂຮງຮຽນມີອາຄານຮໍ່າຮຽນພາກທິດສະດີພຽງພໍຕາມຈຳນວນນັກຮຽນໃນແຕ່ລະສາຂາວິຊາຮຽນ.

5.                ຂໍ້ສະດວກ,ຂໍ້ຫຍຸງຍາກ ແລະ ຂໍ້ສະເໜີຕ່າງໆ.

5.1   ຂໍ້ສະດວກ

-       ໄດ້ຮັບການຊີ້ນຳ ແລະ ໄກ້ສິດຕິດແທດຢ່າງເປັນປະຈຳຈາກຄະນະນຳຂອງພະແນກສຶກສາທິການ ແລະ ກິລາແຂວງໃນແຕ່ລະໄລຍະການກໍ່ສ້າງຕາມແຕ່ລະໜ້າວຽກໂດຍສະເພາະແມ່ນໜ່ວຍງານກໍ່ສ້າງຂອງພະແນກສຶກສາທິການແລະກິລາແຂວງ.

-       ພະນັກງານ ແລະນັກສຶກສາໃນແຕ່ລະຂະແໜງການຮຽນໄດ້ເປັນເຈົ້າການໃນການດຳເນີນການກໍ່ສ້າງອາຄານຕາມໜ້າວຽກຂອງຕົນ,ໂດຍສະເພາະແມ່ນພະນັກງານວິຊາການ ແລະນັກສຶກສາໃນສາຂາກໍ່ສ້າງເຄຫະສະຖານເປັນຜູ້ຕິດຕາມໂຄງການລະອຽດ.

-       ພະນັກງານຄູສອນ ແລະນັກສຶກສາໄດ້ຮັບປະສົບການໃນການກໍ່ສ້າງອາຄານ.

-       ໄດ້ຮັບງົບປະມານໃນການສະໜັບສະໜູນການກໍ່ສ້າງເປັນຕົ້ນແມ່ນການຊື້ວັດສະດຸ ແລະ ອຸປະກອນການກໍ່ສ້າງຈາກໂຄງການເກື້ອຝັນເດັກຢ່າງເປັນປົກກະຕິໃນໄລຍະການດຳເນີນການກໍ່ສ້າງ.

5.2 ຂໍ້ຫຍຸ້ງຍາກ

-       ໄລຍະເວລາໃນການກໍ່ສ້າງອາຄານແມ່ນມີໄລຍະເວລາຈຳກັດ

-       ໄລຍະການກໍ່ສ້າງແມ່ນຖືກໃນໄລຍະເວລາຊ່ວງລະດູຝົນເຮັດໃຫ້ການກໍ່ສ້າງແມ່ນໃຊ້ເວລາດົນນານເນື່ອງຈາກສະພາບດິນຟ້າອາກາດ.

-       ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ພາຍຫຼັງສຳເລັດການກໍ່ສ້າງອາຄານແລ້ວຈື່ງບໍ່ສາມາດຈັດພິທີມອບໍ່ຮັບອາຄານດັ່ງກ່າວໃນໄລຍະເວລາດັ່ງກ່າວໄດ້ຈຶ່ງເຮັດໃຫ້ມີການເລື່ອນເວລາໃນການມອບ-ຮັບອາຄານແກ່ຍາວດົນນານພໍສົມຄວນ.

-       5.3 ຂໍ້ສະເໜີ

-       ສະເໜີໃຫ້ທາງໂຄງການເກື້ອຝັນເດັກສືບຕໍ່ໃຫ້ການຊ່ວຍເຫຼືອໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໃນການຕິດຕັ້້ງລະບົບອ່າງນໍ້າຮັບໃຊ້ພາຍໃນໂຮງຮຽນ, ແລະງົບປະມານໃນການສ້ອມແປງຄອມພິວເຕີທີ່ເປ່ເພທີ່ໄດ້ຜ່ານການກວດກາຈາກໂຄງການເກື້ອຝັນເດັກ.


























No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ