ກອງປະຊຸມ ຄະນະຮັບຜິດຊອບໂຄງການ ຝຶກອົບຮົມ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS) ຂັ້ນແຂວງ,ທີ່ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງໄຊຍະບູລີ ຄັ້ງວັນທີ 18 ສິງຫາ 2022 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Tuesday, August 23, 2022

ກອງປະຊຸມ ຄະນະຮັບຜິດຊອບໂຄງການ ຝຶກອົບຮົມ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS) ຂັ້ນແຂວງ,ທີ່ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງໄຊຍະບູລີ ຄັ້ງວັນທີ 18 ສິງຫາ 2022

 

ກອງປະຊຸມຄະນະຮັບຜິດຊອບຂັ້ນແຂວງ ຂອງໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດວຽກເຮັດງານທຳ (VTESS) ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນພະຫັດ ວັນທີ 18 ສິງຫາ 2022 ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ດຳເນີນເປັນເວລາ 1 ​ຕອນ, ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ, ເຊິ່ງມີຜູ້ຕາງໜ້າຈາກຄະນະຮັບບຜິດຊອບຂັ້ນແຂວງ, ຜູ້ໃຫ້ຄຳປຶກສາ,ຄູອາຈານຈາກໂຮງຮຽນເຕັກນິກ-ວິຊາຊີບ ແລະ ທີມງານຂອງໂຄງການເຂົ້າຮ່ວມທັງໝົດ 29 ທ່ານ ຍິງ 8 ທ່ານ ແລະ ທີມງານຈາກໂຄງເຂົ້າຮ່ວມທາງອອນລາຍ ຈາກນະຄອນຫຼວງວຽງຈັນ 4 ​ທ່ານ ຍິງ 2​ ທ່ານ.

1. ຈຸດປະສົງຂອງກອງປະຊຸມ

-    ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ໄລຍະ 6ເດືອນທ້າຍ ປີ2022

    - ນໍາສະເໜີແຜນ ແລະ ປຶກສາຫາລື ກ່ຽວກັບແຜນການຈັດຕັ້ງປະຕິບັດກິດຈະກໍາ  (ຮ່ວກັນກໍານົດຕົວເລກຄາດໝາຍ) ໄລຍະ 6ເດືອນ ທ້າຍປີ 2022

                 - ເພື່ອເປັນການປຶກສາຫາລື ແລກປ່ຽນ ຖອດຖອນບົດຮຽນ ກ່ຽວກັບສິ່ງທີ່ພົ້ນເດັ່ນ ບັນຫາຫົວຂໍ້ທີ່ຄົງຄ້າງ ແລະ ສິ່ງທ້າທາຍ

     ຕ່າງໆ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະວາງແຜນການຈັດຕັ້ງປະຕິດກິດຈະກຳຕ່າງໆຂອງໂຄງການ.

2. ການດໍາເນີນເນື້ອໃນກອງປະຊຸມ

ກອງປະຊຸມຄັ້ງນີ້ ແມ່ນໄດ້ ເປີດຂຶ້ນໃນເວລາ 08:30 ນາທີ ແລະ ໄດ້ດຳເນີນໄປ 1 ​ຕອນ ເຊິ່ງລາຍລະອຽດດັ່ງນີ້:

-       ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວແນະນຳຈຸດປະສົງຄາດໝາຍ ແລະ ຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ ແລະ ຊົມເຊີຍຜົນສຳເລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ພ້ອມນັ້ນກໍ່ຍັງໄດ້ໃຫ້ທິດຊີ້ນຳແກ່ຄະນະຮັບຜິດຊອບໂຄງການຂັ້ນແຂວງ ແຕ່ລະພາກສ່ວນ ໄດ້ມີຄຳຄິດຄຳເຫັນແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນ ເພື່ອໃຫ້ການຈັດຕັ້ງປະຕິບັດໃນຊຸດຕໍ່ໄປ ໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງສຸດ ພ້ອມມທັງກ່າວເປີດພິທີຢ່າງເປັນທາງການ,ທ່ານ ນາງ ສອນເພັດ ສີບຸນຄົງ ຮອງຜູ້ອຳນວຍການໂຮງຮຽນ ຂຶ້ນນຳສະເໜີ ບົດລາຍງານຄວາມຄຶືບໜ້າ ໃນການດຳເນີນການຝຶກອົບຮົມວິຊາຊີບ ໃນໄລຍະທີ່ຜ່ານມາ

-       ທ່ານ ນາງ ແສງອາລຸນ ແກ້ວບົວ ຜູ້ໃຄຳປຶກສາ (ໂຄສ) ຈາກສະຫະພັນແມ່ຍິງແຂວງ ໄດ້ຂຶ້ນຜ່ານບົດນຳສະເໜີຜົນສຳເລັດຂອງການຈັດຕັ້ງວຽກງານອົງປະກອບ 02 (ວົງຈອນການໃຫ້ຄຳປຶກສາ ແລະ ສະໜັບສະໜູນການມີວຽກເຮັດງານທຳ) ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດຕໍ່ໜ້າ

-       ທ່ານ ບຸນທັນ ວາ ຜູ້ໃຫ້ຄຳປຶກສາ ຈາກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ໄດ້ຂຶ້ນນຳສະເໜີ ຜົນສຳເລັດຂອງການຈັດຕັ້ງວຽກງານອົງປະກອບ 03 (ການເອື້ອອຳນວຍສະພາບແວດລ້ອມ)  

-       ໃນວາລະກອງປະຊຸມຜູ້ເຂົ້າຮ່ວມທັງໝົດ ໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ກ່ຽວກັບຜົນສຳເລັດທີ່ໄດ້ຈັດຕັ້ງ ທີ່ຜ່ານມາ ແລະ ວິທີການແກ້ໄຂບັນຫາດັ່ງກ່າວ

3. ຜົນໄດ້ຮັບຈາກກອງປະຊຸມ

- ການປະລະຂອງນັກຮຽນ ແມ່ນໃຫ້ມີການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ ແມ່ນໃຫ້ເລີ່ມແຕ່ຜູ້ປົກຄອງ ຕະຫຼອດຮອດຄູອາຈານໃຫ້ທົ່ວເຖິງ

- ຮຽກຮ້ອງໃຫ້ບັນດາສະຖານປະກອບການທຸກພາກສ່ວນ ໃຫ້ການຮ່ວມມມື ໃນການຮັບເອົານັກຮຽນລົງຝຶກງານ ແລະ ສຶກສາອົບຮົມ ລະດົມແນວຄວາມຄິດຊ່ວຍຕື່ມ

- ໄລຍະເວລາ ຂອງການລົງເເນະເເນວວິຊາຊີບ ເພື່ອຮັບເອົານ້ອງໆນັກຮຽນ ແມ່ນສັ້ນເກີນໄປ ສະນັ້ນ, ຄວນມີການປັບປຸງ ໂດຍການເພີ່ມໄລຍະເວລາອອກໄປຕື່ມ ເພື່ອໃຫ້ເຂົາເຈົ້າໄດ້ມີເວລາໃນການຕັດສິນໃຈ

- ໃນການເວລາທີ່ລົງເເນະເເນວວິຊາຊີບ ເພື່ອຮັບເອົານ້ອງໆນັກຮຽນນັ້ນ ຄວນມີຫຼາຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ ເຊັ່ນ:ສະຫະພັນເເມ່ຍິງ, ຊາວໜຸ່ມແລະ ຄວນໃຊ້ພາສາທ້ອງຖິ່ນ ເພື່ອໃຫ້ຂໍ້ມູນເຂົ້າເຖິງກຸ່ມເປົ້າໝາຍທີ່ມີຄວາມຫຼາກຫຼາຍ

- ໂຄງການ ຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ຫຼື VTESS ນີ້, ເເມ່ນເປັນການຊ່ວຍເຫຼືອທາງດ້ານທຶນຮອນ ຈາກປະເທດສະວີດເຊີເເລນ ເຊິ່ງເປັນບົດບັນທຶກຄວາມເຂົ້າໃຈໂດຍ ກະຊວງສຶກສາທິການ ແລະ ກິລາ ແລະ ຈັດຕັ້ງປະຕິບັດໂດຍ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ຮ່ວມກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງແຂວງ ແລະ ກິດຈະກໍາຂອງໂຄງການນີ້ ເເມ່ນເປັນຄວາມຮັບຜິດຊອບຂອງໝົດທຸກພາກສ່ວນພາຍໃນແຂວງຂອງພວກເຮົາ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້

- ການລົງໄປແນະເເນວວິຊາຊີບ ເພື່ອຮັບເອົານ້ອງໆນັກຮຽນນັ້ນ ບໍ່ຄວນກໍານົດເອົາເເຕ່ເມືອງໃດເມືອງໜຶ່ງ ຫຼື ເຂດໃດເຂດໜຶ່ງເທົ່ານັ້ນ ເເຕ່ຄວນມີການໂຄສະນາ ຫຼື ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ທົ່ວເຖິງທັງໝົດ 11 ເມືອງ ເພື່ອໃຫ້ຂໍ້ມູນເຂົ້າເຖິງກຸ່ມເປົ້າໝາຍ ແລະ ໄດ້ຈໍານວນນ້ອງໆນັກຮຽນຕາມເປົ້າໝາຍ ທີ່ວາງໄວ້

- ສະເໜີຂໍໃຫ້ທາງພະເເນກ ສຶກສາທິການ ແລະ ກິລາ ເປັນເຈົ້າການໃນການພົວພັນກັບຫ້ອງວ່າການແຂວງ ເພື່ອການອອກເເຈ້ງການ ໃນການໂຄສະນາ ຫຼື ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ທົ່ວເຖິງກຸ່ມເປົ້າໝາຍ

- ຄູອາຈານຜູ້ສິດສອນ ຕ້ອງເປັນເຈົ້າການ ແລະ ຕະຕຸ້ນນ້ອງໆນັກຮຽນ ເພື່ອໃຫ້ເຂົ້າຮ່ວມວົງຈອນຂອງການສິດສອນຄົບຕາມກໍານົດເວລາ

4. ແຜນການໃນການຈັດຕັ້ງໃນຕໍ່ໜ້າ

- ໃຫ້ສົມທົບກັບແຕ່ລະພາກສ່ວນ ທຸກຂັ້ນ ເພື່ອລົງໂຄສະນາແນະແນວວິຊາຊີບ ເພື່ອໃຫ້ໄດ້ຜູ້ເຂົ້າຮ່ວມຕາມກຸ່ມເປົ້າໝາຍໄດ້ຕາມກຳນົດ

- ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ແມ່ນໃຫ້ສືບຕໍ່ໃນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການທັງ 3​ ອົງ

ປະກອບ ໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້

- ໃຫ້ໂຮງຮຽເຕັກນິກ-ວິຊາຊີບແບບປະສົມແຂວງ ປັບປຸງຫຼັກສູດໃຫ້ໄປຕາມຍຸກ ຕາມສະໄໝ ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ

- ໃຫ້ທາງໂຄງການ ສືບຕໍ່ຮ່ວມມື ແລະ  ສະໜັບສະໜູນທຶນໃນການຈັດຕັ້ງປະຕິບັດກິດຈະກໍາທັງ 3​ ອົງປະກອບ

- ຜູ້ທີ່ຈະລົງໂຄສະນາແນະແນວນັ້ນ ແມ່ນຕ້ອງເປັນຜູ້ທີ່ມີພອນສະຫວັນດ້ານການປາກເວົ້າໃນການລະດົມແນວຄວາມຄິດ  ແລະຄວນໃຊ້ພາສາທ້ອງຖິ່ນ

- ພາຍຫຼັງສໍາເລັດກອງປະຊຸມ ແມ່ນມອບໃຫ້ກອງເລາຂາ ເປັນຜູ້ຮັບຜິດຊອບໃນການເຮັດບົດບັນທຶກມະຕິກອງປະຊຸມເພື່ອເປັນບ່ອນອີງໃຫ້ເເເຕ່ລະພາກສ່ວນ ໃນການຈັດຕັ້ງປະຕິບັດກິດຈະກໍາ

- ໃຫ້ມີການລົງປະເມີນຜົນໄດ້ຮັບຂອງນັກສໍາມະນາກອນ ເປັນແຕ່ລະໄລຍະ.



































No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ