ຄະນະທີມງານຂອງໂຄງການ TICA ແຫ່ງປະເທດໄທລົງເກັບກຳຂໍ້ມູນເພື່ອສ້າງສູນຮຽນຮູ້ເພື່ອການພັດທະນາການກະເສດແບບຢືນຍົງຕາມແນວທາງປັດສະຍາຂອງເສດຖະກິດພໍພຽງ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Tuesday, March 10, 2020

ຄະນະທີມງານຂອງໂຄງການ TICA ແຫ່ງປະເທດໄທລົງເກັບກຳຂໍ້ມູນເພື່ອສ້າງສູນຮຽນຮູ້ເພື່ອການພັດທະນາການກະເສດແບບຢືນຍົງຕາມແນວທາງປັດສະຍາຂອງເສດຖະກິດພໍພຽງ

 ໂດຍປະຕິບັດຕາມແຈ້ງການຂອງສະຖານທູດໄທສະບັບເລກທີ: 29001/7 ,ລົງວັນທີ 7 ມັງກອນ 2020 ກ່ຽວກັບໂຄງການ
ຈັດຕັ້ງສູນຮຽນຮູ້ເພື່ອການພັດທະນາກະສະກຳແບບຢືນຍົງຕາມແນວທາງເສດຖະກິດພໍພຽງໃຫ້ແກ່ໂຮງຮຽນເຕັກນິກ-ວິຊາຊີບ
ແບບປະສົມ 3 ແຫ່ງຄື: ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ,ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ
ອັດຕະປີແລະ ໂຮງຮຽນເຕັກນິກ-ວິຊາຊີບແຂວງບໍ່ແກ້ວ.
ໃນວັນທີ 4-5 ມີນາ 2020 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ມີກອງປະຊຸມປຶກສາຫາລື
Fact-Finding Mission ກັບຄະນະທີມງານຂອງໂຄງການ TICA ນຳທີມງານໂດຍ: ທ່ານ ນາງ ວິທິດາ ສິວະເກື້ອ ນັກນິ
ເທດສະຫະການຊຳນານການ,ກົມຮ່ວມມືລະຫວ່າງປະເທດ,ທ່ານ ນາງ ປະນັດດາ ຣິຄາຣົມ ເລຂານຸການເອກ ສະຖານ
ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທທີ່ນະຄອນຫຼວງວຽງຈັນ, ທ່ານ ປຣະຈັກ ທາສີ ຜູ່ອຳນວຍການ ສະຖາບັນອາຊີ
ວະສຶກສາກະເສດພາກເໜືອ ພ້ອມດ້ວຍທີມງານ.
ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງຈັນ ພັນທຸອາມາດ ຜູ່ອຳນວຍການ
ໂຮງຮຽນ,ທ່ານ ທອງດີ ເນົາວັນເພັງ ຮອງຜູ່ອຳນວຍການໂຮງຮຽນ,ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວພ້ອມກັບການ
ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອອ່ນຕາ ພົມມະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ,
ພະແນກກະສິກຳ ແລະ ປ່າໄມ້ແຂວງ,ຫ້ອງວ່າການປົກຄອງແຂວງ,ໜ່ວຍງານກໍ່ສ້າງພື້້ນຖານໂຄງລ່າງຂອງພະແນກສຶກສາທິ
ການແລະ ກິລາແຂວງໄຊຍະບູລີເຊິ່ງມີຜູ້ເຂົ້າຮ່ວມລວມທັງໝົດ: 24 ຄົນ,ຍິງ 8 ຄົນ.
ຈຸດປະສົງຂອງການລົງມາເຮັດວຽກໃນຄັ້ງນີ້ຂອງຄະນະທີມງານຂອງໂຄງການ TICA ແມ່ນເພື່ອສ້າງສູນ ຮຽນຮູ້ເພື່ອການ
ພັດທະນາກະສະກຳແບບຢືນຍົງຕາມແນວທາງເສດຖະກິດພໍພຽງໃຫ້ແກ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ
ເຊິ່ງປະກອບມີ: ການສ້າງຫົນທາງພາຍໃນສູນ,ການສ້າງອາຄານໃໝ່ໃນແຕ່ລະລະຖານຮຽນຮູ້ລວມມີ 17 ຖານຮຽນຮູ້,ການ
ຂຸດອ່າງນຳ້,ການເຮັດໜອງປາ,ລະບົບນໍ້າໃຊ້,ລະບົບໄຟຟ້າພາຍໃນສູນ,ພ້ອມທັງປູຄອນກຣີດທາງໃຫຍ່ຍາວ 350 ແມັດ,ທາງ
ຍາງຟຸດບາດ 850 ແມັດ ເຊິ່ງການກໍ່ສ້າງຕ່າງໆຄາດວ່າຈະໃຫ້ສຳເລັໃນທ້າຍປີ 2020 ນີ້, ໄລຍະເວລາຂອງໂຄງການແມ່ນ
ເລີ້ມແຕ່ປີ 2020-2022 ສ່ວນປີທີ2 ແມ່ນການຝຶກອົບຮົມທາງດ້ານວິຊາການໃຫ້ແກ່ຄູອາຈານທີ່ກ່ຽວຂ້ອງທັງພາຍໃນ
ແລະ ຕ່າງປະເທດ,ພ້ອມທັງການທັດສະນະສຶກສາຂອງຄະນະຜູ້ບໍລິຫານ,ການບໍລິຫານຈັດການໂຄງການຕ່າງໆ










ພື້ນທີ່ຂອງໂຮງຮຽນທີ່ຈະນຳໃຊ້ເຂົ້າໃນການສ້າງສູນຮຽນຮູ້ເພື່ອການພັດທະນາກະສະກຳແບບຢືນຍົງຕາມແນວທາງເສດຖະກິດພໍພຽງ








No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ