ການໄປທັດສະນະສຶກສາຂອງນັກສຶກສາຂະແໜງປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມທີ່ແຂວງຫຼວງພະບາງ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Wednesday, March 11, 2020

ການໄປທັດສະນະສຶກສາຂອງນັກສຶກສາຂະແໜງປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມທີ່ແຂວງຫຼວງພະບາງ

ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ,ພາຍໄຕ້ການສະໜັບສະໜູນທຶນຈາກໂຄງການ Lao-029 ສຳລັບ
ສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມໄດ້ໄປທັດສະນະສຶກສາທີ່ໂຮງແຮມພາຍໃນແຂວງຫຼວງພະບາງ,ໂດຍການ
ເຂົ້າຮ່ວມຂອງທ່ານ ທອງດີ ເນົາວັນເພັງ ຮອງຜູ່ອຳນວຍການໂຮງຮຽນ,ພະນັກງານຄູອາຈານທີ່ສິດສອນໃນສາຂາປຸງແຕ່ງອາ
ຫານ ແລະ ການບໍລິການເຄື່ອງດື່ມຈຳນວນ 9 ທ່ານ ແລະ ນັກສຶກສາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມຈຳນວນ
61 ຄົນເຂົ້າຮ່ວມ,ໂດຍທຶນສົມທົບລະຫວ່າງໂຄງການ Lao-029 ແລະ ງົບປະມານຮ່ວງສົ່ງເສີມວິຊາການຂອງໂຮງຮຽນ
ເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ເພ່ືອເຮັດໃຫ້ນັກຮຽນ-ນັກສຶກສາມີປະສົບການໃໝ່ ແລະ ສຳພັດກັບສະຖານ
ປະກອບການຕົວຈິງ,ເຄື່ອງມື-ເຄື່ອງຮັບໃຊ້ຕ່າງໆພາຍໃນໂຮງແຮມເພື່ອເຮັດໃຫ້ເຂົ້າເຈົ້າໄດ້ປະສົບການໃໝ່ໃນການຮຽນ
ນ້ອງຫ້ອງຮຽນ.
 ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຂໍສະແດງຄວາມຂອບໃຈມາຍັງໂຄງການ Lao-029 ທີ່ສະໜັບສະ
ໜູນທຶນໃນການໄປທັດສະນະໃນຄັ້ງນີ້.




























No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ