ໃນຕອນແລງຂອງວັນທີ 15 ມັງກອນ 2020 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ມີພິທີມອບ-ຮັບ
ອຸປະກອນໄຟຟ້າເຕັກນິກຮັບໃຊ້ໃຫ້ແກ່ກ່ນຮຽນ-ການສອນຂອງນັກສຶກສາຊັ້ນສູງຕໍ່ເນື່ອງຫຼັກສູດ 12+2+1,5 ຫຼຸ້ນທີ IX
ຈຳນວນ 31 ຄົນ ,ຍິງ 2 ຄົນໃຫ້ແກ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ.
ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ທອງຈັນ ພັນທຸອາມາດ ຜູ່ອຳນວຍການໂຮງຮຽນ, ຄະນະອຳນວຍການໂຮງຮຽນ,
ພະນັກງານຄູອາຈານຂະແໜງໄຟຟ້າເຕັກນິກທີ່ກ່ຽວຂ້ອງເຂົ້າຮ່ວມມູນຄ່າອຸປະກອນທັງໝົດ: 9.387.000 ກີບ ເຊິ່ງແມ່ນ
ທຶນປະກອບຂອງນັກສຶກສາເອງໃນການປະກອບເຮັດບົດສຶດສາໂຄງການຂອງຕົນໃນສົກຮຽນດັ່ງກ່າວ.
ທ່ານ ທ່ານ ທອງຈັນ ພັນທຸອາມາດ ຜູ່ອຳນວຍການໂຮງຮຽນໄດ້ກ່າວຄຳຂອບໃຈຕໍ່ນັກສຶກສາທີ່ມອບເຄື່ອງໃນຄັ້ງນີ້ ແລະ
ກໍ່ເປັນຄັ້ງທຳອິດ ແລະ ຫວັງວ່າເຄື່ອງດັ່ງກ່າວຈະເປັນປະໂຫຍດຮັບໃຊ້ການຮຽນ-ການສອນໃຫ້ແກ່ນັກສຶກສາຂະແໜງໄຟ້າ
ເຕັກນິກໃຫ້ໄດ້ຮັບຜົນປະໂຫຍດສຸງສຸດ,ເຊິ່ງລາຍລະອຽດຂອງເຄື່ອງມີດັ່ງນີ້:
1. ການຕິດຕັ້ງໂຊດາເຊວໄຟເຍືອງທາງ ມູນຄ່າ: 1.347.000 ກີບ
2. ການຕິດຕັ້ງໂຊລາເຊວພາຍໃນອາຄານ ມູນຄ່າ: 846.000 ກີບ
3. ການຕິດຕັ້ງລະບົບແອແຍກສ່ວນມູນຄ່າ: 2.125.000 ກີບ
4. ການຕິດຕັ້ງໝໍ້ນໍ້າອຸ່ນມູນຄ່າ: 1.085.000 ກີບ
5. ລະບົບເຕົາລີດມູນຄ່າ: 450.000 ກີບ
6. ລະບົບໄດເປົ່າຜົມມູນຄ່າ: 316.000 ກີບ
7. ການຕິດຕັ້ງລະບົບຕູ້ຈອດໄຟຟ້າ ມູນຄ່າ: 729.000 ກີບ
8. ການຕິດຕັ້ງລະບົບຕູ້ເຢັນ 1 ປະຕູ ມູນຄ່າ: 1.592.000 ກີບ
9. ລະບົບໝໍ້ຫຸງເຂົ້້າ ມູນຄ່າ: 525.000 ກີບ
10. ລະບົບໝໍ້ຊຸກກີ້ ມູນຄ່າ: 372.000 ກີບ
ເລືອກພາສາ
ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ
Wednesday, January 22, 2020

Home
Unlabelled
ພິທີມອບ-ຮັບອຸປະກອນໄຟຟ້າຂອງນັກສຶກສາໄຟຟ້າເຕັກນິກຊັ້ນສູງຕໍ່ເນື່ອງຫຼັກສູດ 12+2+1,5 ໃຫ້ແກ່ໂຮງຮຽນ
ພິທີມອບ-ຮັບອຸປະກອນໄຟຟ້າຂອງນັກສຶກສາໄຟຟ້າເຕັກນິກຊັ້ນສູງຕໍ່ເນື່ອງຫຼັກສູດ 12+2+1,5 ໃຫ້ແກ່ໂຮງຮຽນ
Subscribe to:
Post Comments (Atom)
';
(function() {
var dsq = document.createElement('script'); dsq.type = 'text/javascript'; dsq.async = true;
dsq.src = '//' + disqus_shortname + '.disqus.com/embed.js';
(document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq);
})();
No comments:
Post a Comment