ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ25ປີ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ,ໃນຄັ້ງວັນທີ:3 ຕຸລາ 2019 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Friday, October 4, 2019

ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ25ປີ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ,ໃນຄັ້ງວັນທີ:3 ຕຸລາ 2019

ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ25ປີ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ,ໃນຄັ້ງວັນທີ:3 ຕຸລາ 2019 ໂດຍການເປັນປະທານຂອງທ່ານ ທອງຈັນ ພັນທຸອາມາດ ຜູ່ອຳນວຍການໂຮງຮຽນມີຄະນະອຳນວຍການໂຮງ
ຮຽນ,ພະນັກງານຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງເຊິ່ງລາຍລະອຽດຂອງພິທີມີດັ່ງນີ້:
1. ທ່ານ ທອງຈັນ ພັນທຸອາມາດ ຜູ່ອຳນວຍການໂຮງຮຽນໄດ້ຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ.
2. ທ່ານ ທອງດີ ເນົາວັນເພັງຮອງຜູ່ອຳນວຍການໂຮງຮຽນໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຜົນງານຜ່ານມາຂອງໂຮງ
ຮຽນໃນສົກຮຽນ:2018-2019 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາປະຈຳ
ສົກຮຽນ:2019-2020
3. ທ່ານ ຄຳພັນ ດວງສະຫວັນ ຮອງຜູ່ອຳນວຍການໂຮງຮຽນໄດ້ຜ່ານຂໍ້ຕົກລົງຍ້ອງຍໍພະນັກງານທີ່ມີຜົນງານດີເດັ່ນໃນ1 ປີ
ຜ່ານມາເຊິ່ງປະກອບມີ:ໃບຍ້ອງຍໍຂັ້ນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ໃບຍ້ອງຍໍຂັ້ນເຈົ້າແຂວງ ແລະ ໃບຍ້ອງຍໍ
ຂັ້ນພະແນກສຶກສາທິການ ແລະ ກິລາແຂວງ.
4. ນັກສຶກສາຂຶ້ນອ່ານສານອວຍພອນຄູ ແລະ ມອບຊໍ່ດອກໄມ້ໃຫ້ຄະນະອຳນວຍການໂຮງຮຽນ
5. ການແຂ່ງຂັນກິລາຟຸດຊໍລະຫວ່າງພະນັກງານຄູອາຈານດ້ວຍກັນ ແລະ ມ່ວນຊື່ຕາມເວລາອັນຄວນ.














No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ