ຄະນະຜູ້ບໍລິຫານຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄປທັດສະນະສຶກສາພາຍໄຕ້ໂຄງການກະເສດຢັ້ງຢືນຕາມຫຼັກຂອງປັດສະຍາເສດຖະກິດແບບພໍພຽງງທີ່ສະຖາບັນການອາຊີວະສຶກສາກະເສດພາກເໜືອ( ແຂວງຕາກ)ແຫ່ງປະເທດໄທໂດຍການໄປທັດສະນະສຶກສາທີ່ວິທະຍາໄລກະເສດພິຈິດ,ກຳແພງເພັດແລະວິທະຍາໄລກະເສດພະເຍົາໃນຄັ້ງວັນທີ: 20-23.6.2023 ໂດຍການສະໜັບສະໜູນງົບປະມານຈາກໂຄງການ TICA ແຫ່ງຣາຊະອານາຈັກໄທ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Monday, June 26, 2023

ຄະນະຜູ້ບໍລິຫານຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄປທັດສະນະສຶກສາພາຍໄຕ້ໂຄງການກະເສດຢັ້ງຢືນຕາມຫຼັກຂອງປັດສະຍາເສດຖະກິດແບບພໍພຽງງທີ່ສະຖາບັນການອາຊີວະສຶກສາກະເສດພາກເໜືອ( ແຂວງຕາກ)ແຫ່ງປະເທດໄທໂດຍການໄປທັດສະນະສຶກສາທີ່ວິທະຍາໄລກະເສດພິຈິດ,ກຳແພງເພັດແລະວິທະຍາໄລກະເສດພະເຍົາໃນຄັ້ງວັນທີ: 20-23.6.2023 ໂດຍການສະໜັບສະໜູນງົບປະມານຈາກໂຄງການ TICA ແຫ່ງຣາຊະອານາຈັກໄທ

 


ຄະນະຜູ້ບໍລິຫານຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄປທັດສະນະສຶກສາພາຍໄຕ້ໂຄງການກະເສດຢັ້ງຢືນຕາມຫຼັກຂອງປັດສະຍາແບບພໍພຽງງທີ່ວິທະຍາໄລກະເສດພິຈິດ,ກຳແພງເພັດແລະວິທະຍາໄລກະເສດພະເຍົາໃນຄັ້ງວັນທີ: 20-23.6.2023 ໂດຍການສະໜັບສະໜູນງົບປະມານຈາກໂຄງການ TICA ແຫ່ງຣາຊະອານາຈັກໄທ

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້້າແຂວງໄຊຍະບູລີ,ສະບັບເລກທີ: 756/ຈຂ.ຊຍ ລົງວັນທີ:5 ເດືອນ6 ປີ 2023 ວ່າດ້ວຍການແຕ່ງຕັ້ງຄະນະຜູ້ບໍລິຫານພະແນກສຶກສາທິການ ແລະກິລາແຂວງໄຊຍະບູລີ ແລະໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີເຂົ້້າຮ່ວມທັດສະນະສຶກສາ ແລະ ຝຶກອົບຮົມທີ່ສະຖາບັນການອາຊີວະພາກເໜືອແຫ່ງປະເທດໄທ.


ໃຫ້ກຽດຕ້ອນຮັບໂດຍທ່ານ ປະຈັກ ທາສີ ຜູ້ອຳນວຍການະຖາບັນການອາຊີວະກະເສດພາກເໜືອແຫ່ງປະເທດໄທ ແລະຄະນະຜູ້ບໍລິຫານ ແລະ ບຸກຄະລາກອນຂອງສະຖາບັນ ພ້ອມດ້ວຍຜູ້ອຳນວຍການ ແລະຄະນະຜູ້ບໍລິຫານວິທະຍາໄລກະເສດພິຈິດ,ວິທະຍາໄລກະເສດກຳແພງເພັດ ແລະ ວິທະຍາໄລກະເສດພະເຍົາ. ໂດຍຈຸດປະສົງຂອງການໄປທັດສະນະສຶກສາຂອງຜູ້ບໍລິຫານໃນຄັ້ງນີ້ເພື່ອເປັນການສຶກສາ ແລະ ທັດສະນະສຶກສາແລກປ່ຽນຄວາມຮູ້ກ່ຽວກັບການບໍລິຫານສູນຮຽນຮູ້ຂອງບັນດາວິທະຍາໄລກະເສດທັງ3 ແຫ່ງເພື່ອນຳໃຊ້ໃນການຄຸ້ມຄອງ ແລະ ບໍລິຫານສູນຮຽນຮູ້ຂອງແຂວງຕົນເອງທີ່ໄດ້ຮັບການຊ່ວຍເຫຼືອໃນການກໍ່ສ້າງພື້ນຖານ,ໂຄງລ່າງອາຄານ,ສີ່ງອຳນວຍຄວາມສະດວກຕ່າງໆ,ອຸປະກອນຮັບໃຊ້ພາຍໃນສູນລວມເຖິງການຝຶກອົບຮົມວຽກງານຕ່າງໆກ່ຽວກັບການບໍລິຫານສູນຮຽນຮູ້ໃຫ້ແກ່ຄະນະຜູ້ບໍລິຫານສູນ,ຄູອາຈານ ແລະນັກສຶກສາລວມເຖິງຜູ້ທີ່ມີສ່ວນຮ່ວມແລະເປົ້າໝາຍຂອງໂຄງການດັ່ງກ່າວ.ໂດຍແມ່ນໂຄງການຮວ່ມມືທາງດ້ານວິຊາການລາວ-ໄທ ( ໂຄງການ TICA ) ເປັນຜູ້ສະໜັບສະໜູນງົບປະມານໃນການກໍ່ສ້າງຖານຮຽນຮູ້ທີ່ແຂວງໄຊຍະບູລີ ແລະງົບປະມານໃນການໄປທັດສະນະສຶກສາດັ່ງກ່າວໃນຄັ້ງນີ້.
ວັນທີ: 21.6.2023 ການໄປທັດສະນະສຶກສາ ແລະ ການແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງ ແລະບໍລິຫານສູນຮຽນຮູ້ທີ່ວິທະຍາໄລກະເສດຈັງຫວັດພິຈິດ ປະເທດໄທ.ໂດຍການຕ້ອນຮັບຂອງຜູ້ອຳນວຍການ ແລະ ຄະນະຜູ້ບໍລິຫານ,ຄູອາຈານ ແລະນັກສຶກສາຂອງວິທະຍາໄລດັ່ງກ່າວ.




ກິດຈະກຳກ່ຽວກັບການລົງເບິ່ງກິດຈະກຳ ແລະ ການບໍລິຫານສູນຮຽນຮູ້ຂອງວິທະຍາໄລກະເສດຈັງຫວັດພິຈິດ ປະເທດໄທ











ວິທະຍາໄລກະເສດຈັງຫວັດພິຈິດ ປະເທດໄທ
ຮູບພາບກິດຈະກຳກ່ຽວກັບການເຄື່ອນໄຫວຕ່າງໆທີ່ວິທະຍາໄລກະເສດຈັງຫວັດພິຈິດ ປະເທດໄທ














ຕອນແລງເວລາ 14ໂມງ: 00 ນາທີ ຂອງວັນທີ: 21.6.2023 ເດີນທາງໄປຢ້ຽມຢາມແລະທັດສະນະສຶກສາກ່ຽວກັບການບໍລິຫານແລະຄຸ້ມຄອງສູນຮຽນຮູ້ທີ່ວິທະຍາໄລກະເສດກຳແພງເພັດ,ຈັງຫວັດກຳແພງເພັດ ປະເທດໄທໂດຍການຕ້ອນຮັບຂອງຜູ້ອຳນວຍການ ແລະ ຄະນະຜູ້ບໍລິຫານ,ຄູອາຈານ ແລະນັກສຶກສາຂອງວິທະຍາໄລດັ່ງກ່າວ.











ຕອນຊົ້້າເວລາ 8ໂມງ:30 ນາທີ ຂອງວັນທີ: 22.6.2023 ເດີນທາງໄປຢ້ຽມຢາມແລະທັດສະນະສຶກສາກ່ຽວກັບການບໍລິຫານແລະຄຸ້ມຄອງສູນຮຽນຮູ້ທີ່ສະຖາບັນການອາຊີວະສຶກສາກະເສດພາກເໜືອທີ່ຈັງຫວັດຕາກ, ປະເທດໄທໂດຍການຕ້ອນຮັບຂອງຜູ້ອຳນວຍການ ແລະ ຄະນະຜູ້ບໍລິຫານ,ຄູອາຈານຂອງສະຖາບັນດັ່ງກ່າວ.




















ເວລາ 14ໂມງ:30 ນາທີ ຂອງວັນທີ: 22.6.2023 ເດີນທາງໄປຢ້ຽມຢາມແລະທັດສະນະສຶກສາກ່ຽວກັບການບໍລິຫານແລະຄຸ້ມຄອງສູນຮຽນຮູ້ທີ່ວິທະຍາໄລກະເສດພະເຍົາ, ປະເທດໄທໂດຍການຕ້ອນຮັບຂອງຜູ້ອຳນວຍການ ແລະ ຄະນະຜູ້ບໍລິຫານ,ຄູອາຈານຂອງວິທະຍາໄລດັ່ງກ່າວ.


























No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ