ການຝຶກອົບຮົມການປຸງແຕ່ງອາຫານໄທ ( ປະເພດອາຫານຄາວ-ອາຫານຫວານ) ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາປີສຸດທ້າຍສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມໃນຄັ້ງວັນທີ:12-13.6.2023 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Wednesday, June 14, 2023

ການຝຶກອົບຮົມການປຸງແຕ່ງອາຫານໄທ ( ປະເພດອາຫານຄາວ-ອາຫານຫວານ) ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາປີສຸດທ້າຍສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມໃນຄັ້ງວັນທີ:12-13.6.2023

 

ການຝຶກອົບຮົມການປຸງແຕ່ງອາຫານໄທ ( ປະເພດອາຫານຄາວ-ອາຫານຫວານ) ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາປີສຸດທ້າຍສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມໃນຄັ້ງວັນທີ:12-13.6.2023 ໂດຍແມ່ນຄູຝຶກທີ່ເປັນ Chef ຈຳນວນ 2 ທ່ານ ມາຈາກສະຖານທູດແຫ່ງປະເທດໄທປະຈຳຢູ່ນະຄອນຫຼວງວຽງຈັນມາຝຶກອົບຮົມໃຫ້.

    ພິທີເປີດການຝຶກອົບຮົມດັ່ງກ່າວໄດ້ໃຂຂື້ນທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໃນວັນທີ12.6.2023 ໂດຍແມ່ນ ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນເປັນປະທານ ແລະ Chef ຈຳນວນ 2 ທ່ານ ມາຈາກສະຖານທູດແຫ່ງປະເທດໄທປະຈຳຢູ່ນະຄອນຫຼວງວຽງຈັນຄື: ທ່ານ ນາງ ສາວ ສິຣິພອນ ຈາມນ້ອຍພົມ ພະນັກງານບໍລິການ(ປະກອບອາຫານ) ແລະ ທ່ານ ວະສັນ ສົມໝັ້ນ  ພະນັກງານບໍລິການໂດຍມີນັກສຳມະນາກອນເຂົ້້າຮ່ວມຈຳນວນ 15ຄົນ,ຍິງ 15ຄົນ ( ພະນັກງານຄູອາຈານຂະແໜງປຸງແຕ່ງອາຫານ ແລະບໍລິການເຄື່ອງດື່ມຈຳນວນ 6ຄົນ ຍິງ6ຄົນ,ນັກສຶກສາປີສຸດທ້າຍຫຼັກສູດ 9+3 ຂະແໜງປຸງແຕ່ງອາຫານ ແລະບໍລິການເຄື່ອງດື່ມຈຳນວນ  9 ຄົນ ຍິງ9 ຄົນ ລາຍການຝຶກອົບຮົມປະກອບດ້ວຍອາຫານໄທ( ປະເພດອາຫານຄາວ ) ຈຳນວນ 6 ລາຍການ ແລະ ອາຫານໄທ( ປະເພດອາຫານຫວານ) ຈຳນວນ 6ລາຍການ ເຊິ່ງການຝຶກອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນຈື່ງສຳເລັດ.ງົບປະມານຮັບໃຊ້ໃນການຝຶກອົບຮົມທັງໝົດແມ່ນສະຖານທູດແຫ່ງລາຊະອານາຈັກໄທປະຈຳທີ່ນະຄອນຫຼວງວຽງຈັນເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.

    ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ເພື່ອເປັນການເພີ້ມທັກສະ ແລະຄວາມສຳນານໃຫ້ແກ່ຄູອາຈານ ແລະ ນັກສຶກສາໃນສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອດື່ມຂອງໂຮງຮຽນເຕັກນີກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ແລະ ເພື່ອເປັນການສຶບຕໍ່ ແລະ ສົ່ງເສີມການຮ່ວມມືທາງດ້ານວິຊາການໃນສາຂາຕ່າງໆທີ່ໂຮງຮຽນຍັງຂາດເຂີນທັກສະໃນດ້ານຕ່າງໆ ແລະ ຊ່ວຍເຫຼືອຂອງສະຖານທູດແຫ່ງລາຊະອານາຈັກໄທປະຈຳທີ່ນະຄອນຫຼວງວຽງຈັນເພື່ອໃຫ້ຄູອາຈານ ແລະນັກສຶກສາໄດ້ຮັບການປັບປຸງຄຸນນະພາບການຮຽນ-ການສອນໃຫ້ດີຂຶ້ນເທື່ອລະກ້າວ. ໃນໂອກາດດັ່ງກ່າວທາງຄະນະອຳນວຍການໂຮງຮຽນ,ພະນັກງານຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຕັກນີກ-ວິຊາຊີບແບບປະສົມແຂວງໄຊຍະບູລີຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຕໍ່ສະຖານທູດແຫ່ງລາຊະອານາຈັກໄທປະຈຳທີ່ນະຄອນຫຼວງວຽງຈັນຕໍ່ກັບການສະໜັບສະໜູນງົບປະມານ ແລະ ຄູຝຶກທີ່ມີປະສົບການໃນການຝຶກອົບຮົມໃນຄັ້ງນີ້ໃຫ້ແກ່ໂຮງຮຽນຂອງພວກເຮົາໄດ້ຮັບການປັບປຸງໃນດ້ານດັ່ງກ່າວ ແລະ ຂໍ້ສະເໜີຕ່າງໆໃນການປະເມີນຜົນຂອງການຝຶກອົບຮົມເພື່ອຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອຫົວຂໍ້ອື່ນໆທີ່ໂຮງຮຽນພວກເຮົາມີຄວາມຈຳເປັນໃນການປັບປຸງທັກສະໃນດ້ານໆຕ່າງໆໃນຄັ້ງຕໍ່ໄປ.

                              ຮູບພາບການເຄື່ອນໄຫວກິດຈະກຳການຝຶກອົບຮົມ
















































No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ