ຄວາມເປັນມາ ບຸນປີໃໝ່ລາວ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Wednesday, April 12, 2017

ຄວາມເປັນມາ ບຸນປີໃໝ່ລາວ


ໃນສະໃໝພຸດຖະການ ມີລູກຊາຍເສດຖີຄົນໜຶ່ງຊື່ວ່າ ທໍາມະບານກຸມມານ ຮຽນຈົບໄຕເພດ ໂຫລາສາດ ຊູສາດ ແລະພາສາສາດເຊິ່ງມີຄວາມຮູ້
ເໜືອມະນຸດທັງປວງ, ຮູ້ພາສາສັດຕ່າງໆລວມທັງພາສານົກ ຄວາມເກັ່ງກ້າສາມາດຂອງ ທໍາມະບານກຸມມານ ໄດ້ຊ່າລືໄປເຖິງພະຍາພົມຢູ່ເທິສະ
ຫວັນ ໃນຕອນນັ້ນມີພະຍາພົມອົງໜຶ່ງເປັນເຈົ້າແຫ່ງພົມ ແລະ ເທວະດາຟ້າແຖນທັງຫຼາຍຊື່ວ່າ ພະຍາກາບິນລະພົມ ຈຶ່ງຄິດຢາກລອງຄວາມຮູ້ຂອງ ທໍາມະບານກຸມມານ ເພິ່ນຈຶ່ງລົງມາສູ່ໂລກມະນຸດເພື່ອໄປພົບທໍາມະບານກຸມມານ ຢູ່ຫໍພະສາດຊັ້ນທີ 7 ພະຍາກາບິນລະພົມໄດ້ຕັ້ງຄໍາຖາມ 3 ຂໍ້ ຄື ລາສີຂອງຄົນໃນຕອນເຊົ້າ ຕອນສວຍ ແລະຕອນແລງແມ່ນຢູ່ໃສ ? ຫຼັງຈາກເວົ້າແລ້ວກໍ່ນັດໝາຍກັບທໍາມະບານ ກຸມມານວ່າ ອີກ 7 ມືຈະລົງມາ
ເອົາຄໍາຕອບ ຖ້າຕອບບໍ່ໄດ້ຈະຖຶກຕັດຄໍ ຖ້າລາວຕອບຖຶກ ພະຍາກາບິນລະພົມ ຈະຍອມໃຫ້ຕັດຄໍຂອງລາວເອງຫຼັງຈາກເວົ້າແລ້ວລາວກໍ່ຍອມເຫາ
ຂຶ້ນສູ່ສະຫວັນເພື່ອສະເຫວີຍຄວາມສຸກທີ່ນາງສະໜົມກົມມະວັງຫຼາຍຮ້ອຍຄົນຢູ່ອອ້ມຂ້າງອອ້ມແອວ

ຫຼັງຈາກທີ່ພະຍາກາບິນພົມກັບແລ້ວ ທໍາມະບານກຸມມານ ກໍ່ຄິດຄົ້ນຫາລາສີຂອງຄົນຢູ່ໃນແຕ່ລະເວລາຕາມທີ່ກາບິນລະພົມຕັ້ງບັຫາໄວ້ ໂດຍຊອກຄົ້ນຫາໃນໜັງສືຄໍາພີແຕ່ລະເຫຼັ້ມກໍ່ບໍ່ມີຄໍາຕອບ ຄົນຄິດທັງເວັນທັງຄືນຈົນບໍ່ໄດ້ກິນໄດ້ນອນ ຕົນໂຕຈ່ອຍຜອມເມື່ອຮູ້ໂຕວ່າຈັ່ງໃດລາວກໍ່ຖຶກຕັດຄໍຢ່າງແນ່ນອນລາວຈຶ່ງຕັດສິນໃຈຄັ້ງສຸດທ້າຍວ່າ ໂຕລາວເປັນນັກປາດທີ່ມີຊື່ສຽງຈຶ່ງບໍ່ຍອມຖຶກຕັດຄໍຢ່າງແນ່ນອນ
ໃນມື້ທີ 6 ຂອງການຄົ້ນຄິດດຂອງ ທໍາມະບານກຸມມານພໍຕາເວັນຕົກດິນ ທໍາມະບານກໍ່ພາຮ່າງກາຍອັນຈ່ອຍຜອມຍ່າງລົງຈາກຜາສາດໄປສູ່ປ່າເມື່ອຮູ້ສຶກວ່າຈະຍ່າງບໍ່ໄຫວແລ້ວລາວຈຶ່ງນັ່ງລົງທີ່ຕົ້ນໄມ້ຕົ້ນໜຶ່ງ ເພື່ອລໍຖ້າເວລາຕັດສິນລົມຫາຍໃຈຢູ່ທີ່ນັ້ນແຕ່ສະຫວັນເປັນໃຈຢູ່ເທິງຕົ້ນຕານຕົ້ນນັ້ນກໍ່ມີນົກອິນຊີສອງຜົວເມຍອາໃສຢູ່ຫັ້ນ ຍາມເດິກງຽບສະຫັດນົກອິນຊີສອງຜົວເມຍກໍ່ໄດ້ລົມກັນເລື່ອງບັນຫາທີ່ຈະກິນໃນມື້ອື່ນ ນົກໂຕເມຍໄດ້ຖາມວ່າ ມື້ອື່ນຈະໄປກິທາງໃດ? ມື້ອື່ນບໍ່ຕ້ອງໄປໃສດອກຖ້າກິນຊີ້ມະນຸດຢູ່ເມືອງນີ້ລະ ໂຕເມຍຈຶ່ງໄດ້ຖາມອີກວ່າ ມີມະນຸດຢູ່ທາງໃດໃຫ້ເຮົາກິນ? ໂຕຜົວກໍ່ຕອບວ່າ ພະຍາພົມມະກາບິນ ະໄດ້ລົງມາຕັດຄໍ ທໍາມະບາກຸມມານ ແລ້ວພວກເຮົາກໍໄດ້ກິນຊິ້ນເຂົາ ນົກໂຕເມຍຈຶ່ງເວົ້າຂຶ້ນອີກວ່າ ໄປຕັດຄໍເຂົາເຮັດຫຍັງ? ຕັດລະບໍແວຕອບບັນຫາເພິ່ນບໍ່ໄດ້ ເມຍຖາມ ບັນຫາແນວໃດ? ຍາກແທ້ວະ? ຜົວເວົ້າຂຶ້ນວ່າ ມັນສິຍາກຫຍັງ ແຕ່ທໍາມະບານກຸມມານຮຽນບໍ່ເຖິງລາວເລີຍຕອບບໍ່ໄດ້ ເພິ່ຖາມວ່າ ສິລິຂອງຄົນໃນຍາມເຊົ້າ ຍາມສວຍ ແລະຍາມແລງ ເມຍຈຶ່ງຖາມຕື່ມວ່າ ຄັນຊັ້ນເຈົ້າຮູ້ບໍ່ວ່າທັງສາມເວລານັ້ນ ສິລິຂອງຄົນແມ່ນຢູ່ໃສ ຜົວກໍ່ເວົ້າຂຶ້ນເປັນຫຍັງສິບໍ່ຮູ້ ເມຍກໍ່ບອກໃຫ້ຜົວເວົ້າສູ່ຟັງ ຜົວກໍ່ເວົ້າບໍ່ໄດ້ເດິກດື່ນແລ້ວນອນກ່ອນ, ເມຍກໍເວົ້າວ່າ ບໍ່ບໍ່ ຄັນເຈົ້າບໍເວົ້າຂ້ອຍສິກັ້ນໃຈຕາຍປະເຈົ້າ ຜົວກໍ່ຂີນຄໍາເມຍບໍ່ໄດ້ ກໍ່ເລີຍເວົ້າອອກວ່າ ຕອນເຊົ້າສິລິຂອງຄົແມ່ນໜ້າ ຄົນຕື່ນມາຈຶ່ງມັກລ້າງໜ້າ ຕອນສວຍແມ່ນຢູ່ເອິກ ຄົຈຶ່ງມັກລູບນໍ້າໃສເອິກ ຫຼື ລ້າງຕົນໂຕເລົາຄິງ ສ່ວນຕອນແລງແມ່ນສິລິຢູ່ຕີນ ຄົນຈຶ່ງັກລ້າງຕີນກ່ອນນອນ
ດັ່ງທີ່ໄດ້ກ່າວໄວ້ຕອຕົ້ນແລ້ວ ທໍາມະບານກຸມມານຮູ້ຈັກພາສານົກ ທໍາມະບານກຸມມານຈຶ່ງໄດ້ລອດຕາຍກໍ່ຍ້ອນນົກສອງຜົວເມຍໄດ້ສົນທະນາກັນ ດັ່ງນັ້ນລາວຈຶ່ງຟ້າວລຸກແລ່ນອອກຈາກຕົ້ນຕານກັບຄືນສູ່ຫໍຜາສາດ ດ້ວຍຄວາມສຸກແລະຕື່ນເຕັ້ນ ເຊົ້າຕໍ່ມາກໍແມ່ນຄົບວັນທີ 7 ພໍດີ ພະຍາກາບິນມະພົມກໍ່ໄດ້ລົງມາເອົາຄໍາຕອບຕາມທີ່ໄດ້ນັດໝາຍໄວ້ ເມື່ອລາວໄດ້ຍິນຄໍາຕອບຂອງທ່ານ ກໍາມະບານກຸມມານ ກໍ່ໄດ້ເຮັດໃຫ້ພະຍາກາບິນລະພົມຕົກສະທ້ານຢ່າງໃຫຍ່ ແຕ່ຈະເຮັດແນວໃດເມື່ຕົນໄດ້ເອີ່ຍປາກໃຫ້ຄໍາໝັ້ນສັນຍາ ທ້າພະນັກັນໃຫ້ຕັດຄໍກ່ອນ ລາວຈຶ່ງຍອມໃຫ້ຕັດຄໍຂອງລາວເພື່ອບໍ່ໃຫ້ຜິດວາຈາທີ່ໄດ້ໃຫ້ໄວ້ກັບມະນຸດຜູ້ໜຸ່ມ້ອຍຄົນນີ້
ພະຍາກາບິນລະພົມເພິ່ນມີລິດເດດເກັ່ງກ້າ ເໜືອກວ່າເທວະດາ ແລະມະນຸດທັງທັງປວງ ຖ້າຫົວແລະເລືອດຂອງເພິ່ນ ຕົກລົງດິນກໍ່ຈະຖຶກໄຟໃໝ້ໂລກທັງໂລກ ຖ້າໂຍນຂຶ້ນສູ່ເວຫາກໍ່ຈະໃໝ້ອາກາດເຮັດໃຫ້ສັດແລະມະນຸດໝົດອາກາດຫາຍໃຈ ຖ້າໂຍນລົງນໍ້າກໍຈະເຮັດໃຫ້ແມ່ນໍ້າຄົງຄາແຫ້ງແລ້ງເກີດເປັນໄພຕໍ່ມວນມະນຸດດັ່ງນັ້ນເພື່ອເຮັດໃຫ້ມວນມະນຸດນັ້ໄດ້ພົ້ນຈາກໄພພິບັດ ກ່ອນຕັດຄໍ ພະຍາກາບິນລະພົມ ຈຶ່ງໄດ້ເອີ້ນເອົາລູກສາວທັງ 7 ວັນ ໃນໜຶ່ງອາທິດກໍຄື ນາງເທວີ ວັນອາທິດຂີ່ຄຸດ, ນາງ ໂຄລະຄະເທວີ ວັນຈັນຂີ່ເສືອ, ນາງ ຮາກສະເທວີ ວັນອັງຄານຂີ່ໝູ່, ນາງ ມົນທາເທວີ ວັນພຸດຂີ່ມ້າລໍ,, ນາງ ກິລິິເທວີ ວັນສຸກຂີ່ຄວາຍ, ນາງ ມະໂຫທອນເທວີ ວັນເສົາຂີ່ນົກຫຍຸງ, ເມື່ອທັງ 7 ນາງມາພ້ອມໜ້າພ້ອມຕາກັນແລ້ວຜູ້ເປັນພໍຈຶ່ງໄດ້ສັ່ງຄວາມວ່າ ຕອນພໍ່ຖຶກຕັດຄໍໃຫ້ລູກເອົາຖາດຄໍາມາຮອງຮັບ ບໍ່ໃຫ້ເລືອດ ແລະຫົວຂອງພໍ່ຕົກລົງດິນ ຈາກນັ້ນກໍໃຫ້ເອົາໄປໄວ້ຢູ່ໃນຖໍ້າເຂົາສຸເມນໂນລາດ ເມື່ອເຖິງເດືອນ 5 ຟ້າລ່ວງ ຫຼື ວັນກຸດສົງການປີໃດ ຖ້າສັງຂານລ່ວງຖຶກມື້ໃດ ກໍໃຫ້ລູກສາວປະຈໍາວັນນັ້ນ ຫຼື ນາງສັງຂານ, ຂີ່ສັດປະຈໍາປີເກີດຂອງຕົນ ໄປແຫ່ເອົາຫົວພໍອອກຈາຖໍ້າເພື່ອມາຫົດ, ມາລ້າງດ້ວຍນໍ້າອົນໍາຫອມ

ຂໍຂອບໃຈຂໍ້ມູນຈາກ: ວຽງຈັນໃໝ່

No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ