ການແລກປ່ຽນບົດຮຽນວຽກງານປະກັນຄຸນນະພາບສະຖານອາຊີວະສຶກສາທີ່ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນໃນຄັ້ງວັນທີ: 26-27 ກັນຍາ2019 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Friday, September 27, 2019

ການແລກປ່ຽນບົດຮຽນວຽກງານປະກັນຄຸນນະພາບສະຖານອາຊີວະສຶກສາທີ່ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນໃນຄັ້ງວັນທີ: 26-27 ກັນຍາ2019

ໂດຍປະຕິບັດຕາມໜັງສືສະເໜີຂອງໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນກ່ຽວກັບການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິ
ບັດວຽກງານປະກັນຄຸນນະພາບກ່ຽວກັບການຂຽນບົດລາຍງານການປະເມີນຕົນເອງ,ການເກັບຫຼັກຖານສະໜັບສະໜູນຕາມ
12 ມາດຕະຖານ45 ຕົວຊີ້້ວັດໂດຍອີງໃສ່ປື້ມຄູ່ມືການປະກັນຄຸນນະພາບສະຖານອາຊີວະສຶກສາ.
ກອງປະຊຸມໄດ້ໄຂຂຶ້ນທີ່ຫ້ອງປະຊຸມຂອງໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນໂດຍການໃຫ້ກຽດເປັນປະທານຂອງ
ທ່ານ ທອງຈັນ ສີສຸລິດາວັນ ຜູ່ອຳນວຍການໂຮງຮຽນ,ຄະນະອຳນວຍການໂຮງຮຽນ,ພະນັກງານວິຊາການທີ່ກ່ຽວຂ້ອງຂອງ
ໂຮງຮຽນ,ທາງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີນຳໂດຍທ່ານ ທອງດີ ເນົາວັນເພັງ ຮອງຜູ່ອຳນວຍ
ການໂຮງຮຽນ ຜູ້ຊີ້ນຳວຽກງານປະກັນຄຸນນະພາບຂອງໂຮງຮຽນ,ທ່ານ ສາຍທຽນ ບຸນທັນທີ ຫົວໜ້າພະແນກຄຸ້ມຄອງວິຊາ
ການຂອງໂຮງຮຽນເຊິ່ງມີຜູ້ເຂົ້າຮ່ວມທັງໝົດ:25 ຄົນ,7ຄົນໃນຄັ້ງວັນທີ:26-27 ກັນຍາ2019.
ຈຸດປະສົງຂອງກອງປະຊຸມໃນຄັ້ງແມ່ນເພື່ອເປັນການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບ
ຂອງສະຖານອາຊີວະສຶກສາເປັນຕົ້ນແມ່ນ:ການຂຽນບົດລາຍງານປະເມີນຕົນເອງ,ການເກັບກຳຫຼັກຖານສະໜັບສະໜູນບັນ
ດາມາດຕະຖານ ແລະ ຕົວຊີ້ວັດ,ການກະກຽມຄວາມພ້ອມທຸກຢ່າງເພື່ອສ້າງເງື່ອນໄຂໃຫ້ແກ່ໂຮງຮຽນຊົນລະປະທານຊັ້ນ
ສູງທ່າງ່ອນໃນການປະເມີນພາຍນອກ.



    ທ່ານ ທອງຈັນ ສີສຸລິດາວັນ ຜູ່ອຳນວຍການໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ
            ທ່ານ ທອງດີ ເນົາວັນເພັງ ຮອງຜູ່ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ
   ທ່ານ ສາຍທຽນ ບຸນທັນທີ ຫົວໜ້າພະແນກຄຸ້ມຄອງວິຊາການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ
                                      ການແບ່ງກຸ່ມຄົ້ນຄ້ວາຕາມມາດຕະຖານ




No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ