ກອງປະຊຸມປຶກສາລືກ່ຽວກັບການສ້າງສູນຮຽນຮູ້ເພື່ອການພັດທະນາກະສິກຳແບບຍືນຍົງພາຍໃຕ້ການຮ່ວມມືດ້ານວິຊາການລາວ-ໄທ ( TICA ) ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ໃນຄັ້ງວັນທີ 23-24 ພະຈິກ 2022 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Tuesday, November 29, 2022

ກອງປະຊຸມປຶກສາລືກ່ຽວກັບການສ້າງສູນຮຽນຮູ້ເພື່ອການພັດທະນາກະສິກຳແບບຍືນຍົງພາຍໃຕ້ການຮ່ວມມືດ້ານວິຊາການລາວ-ໄທ ( TICA ) ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ໃນຄັ້ງວັນທີ 23-24 ພະຈິກ 2022

 


-                ອີງຕາມ ໜັງສືແຈ້ງການຂອງສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳນະຄອນຫຼວງວຽງຈັນ ສະບັບເລກທີ:29001/1768

-                ອີງຕາມ ໜັງສືແຈ້ງການຂອງກົມອາຊີວະສຶກສາ,ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ: 2172/ອສ ລົງວັນທີ 16 ພະຈິກ 2022

-                ອີງຕາມ ຜົນສຳເລັດຂອງການປຶກສາຫາລືກ່ຽວກັບການສ້າງສູນຮຽນຮູ້ເພື່ອການພັດທະນາກະສິກຳແບບຍືນຍົງພາຍໃຕ້ການຮ່ວມມືດ້ານວິຊາການລາວ-ໄທ ( TICA )ໃນຄັ້ງວັນທີ: 23-24 ພະຈິກ 2022

          ໃນຕອນເຊົ້້າ ເວລາ 8ໂມງ30 ນາທີຂອງວັນທີ 23 ພະຈິກ 2022 ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ຈັດກອງປະຊຸມປຶກສາລືກ່ຽວກັບການສ້າງສູນຮຽນຮູ້ເພື່ອການພັດທະນາກະສິກຳແບບຍືນຍົງພາຍໃຕ້ການຮ່ວມມືດ້ານວິຊາການລາວ-ໄທ ( TICA )ໂດຍການເປັນປະທານຂອງທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນ,ມີບັນດາທ່ານແຂກ ແລະ ຜູ້ແທນກອງປະຊຸມທີ່ເຂົ້້າຮ່ວມປຶກສາຫາລືໃນກອງປະຊຸມຄັ້ງປະກອບມີ:

        -ຝ່າຍແຂວງໄຊຍະບູລີ

1.    ທ່ານ ອ່ອນຕາ ພົມມະຈິດ                              ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

2.    ທ່ານ ທອງຈັນ ພັນທຸອາມາດ                                                  ຜູ້ອຳນວຍການໂຮງຮຽນ

3.    ທ່ານ ບຸນທັນ ເພັງສະກຸນ                                     ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ

4.    ທ່ານ ສົມໄຊ ຄຳພູວົງ                             ຮອງໜ້າໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ

5.    ທ່ານ ນາງ ສຸດາພອນ ດວງຫຼ້າ                                   ຮອງຫົວໜ້າພະແນກການຕ່າງປະເທດ

6.    ທ່ານ ທອງດີ ເນົາວັນເພັງ                                                 ຮອງຜູ້ອຳນວຍການໂຮງຮຽນ

7.    ທ່ານ ທອງໂພ ສຸກສະຫວັດ     ຮອງຂະແໜງອາຊີວະສຶກສາ/ພະແນກສຶກສາທິການ ແລະ ກິລາແຂວງ

8.    ທ່ານ ສີທົນ ໄຊຍະລາດ                         ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ

9.    ທ່ານ ສີທົນ ຄຳພູວົງ                                         ຕາງໜ້າພະແນກກະສິກຳແລະປ່າໄມ້ແຂວງ

10.     ທ່ານ ເພັດສາຄອນ ນວນລະແສງ       ພະນັກງານວິຊາການ  ພະແນກສຶກສາທິການແລະກິລາແຂວງ

11.     ທ່ານ ນາງ ນະພາວັນ ໄຊຍະສິດ ພະນັກງານວິຊາການພະແນກສຶກສາທິການແລະກິລາແຂວງ          

-       ຝ່າຍຄະນະຜູ້ແທນຂອງຣາຊະອານາຈັກໄທ( ໂຄງການ TICA )

1.    ທ່ານ ນາງ ວິທິິດາ ສິວະເກື້ອ ນັກນິເທດສະຫະການຊຳນານການພິເສດ,ກົມຄວາມຮ່ວມມືລະຫວ່າງປະເທດ

2.    ທ່ານ ນາງ ຊຸທິດາ ປ່ຽນສີ                    ເຈົ້້າໜ້າທີ່ບໍລິຫານທົ່ວໄປ,ກົມຄວາມຮ່ວມມືລະຫວ່າງປະເທດ

3.    ທ່ານ ຣະຈັກ ທາສີ                  ຜູ້ອຳນວຍການສະຖາບັນການອາຊີວະສຶກສາການກະເສດພາກເໜືອ

4.    ທ່ານ ທານິນ ສັງນ້ອຍ                                                               ຜູ້ຊ່ວຍອຳນວຍການ

5.    ທ່ານ ນາງ ອັດຈິມາ ພຸດທະວົງ                           ພະນັກງານບໍລິຫານທົ່ວໄປກຸ່ມວຽກພັດສະດຸ )

6.    ທ່ານ ນາງ ອອນສຸດາ ກັນທິຍະ                            ພະນັກງານບໍລິຫານທົ່ວໄປ (ກຸ່ມວຽກການເງິນ)

1.      ຈຸດປະສົງຂອງກອງປະຊຸມ.

-       - ປຶກສາລືກ່ຽວກັບການສ້າງສູນຮຽນຮູ້ເພື່ອການພັດທະນາກະສິກຳແບບຍືນຍົງພາຍໃຕ້ການຮ່ວມມືດ້ານວິຊາ

ການລາວ-ໄທ ( TICA ) ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ

-         ກະກຽມຄວາມພ້ອມຮອບດ້ານໃນການກະກຽມການກໍ່ສ້າງສູນຮຽນຮູ້ຈຳນວນ 17 ຖານຮຽນຮູ້,ການກໍ່ສ້າງ

ອາຄານ,ລະບົບນໍ້າຮັບໃຊ້,ລະບົບໄຟຟ້າ ແລະ ປ້າຍເຂົ້້າສູນ,ລະບົບເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຄົບຊຸດທາງພາຍໃນສູນຮຽນຮູ້.

-      -  ປຶກສາຫາລືກັບບໍລິສັດທີ່ຈະເຮັດການກໍ່ສ້າງດ້ວຍການສົມທຽບ ໃບປະເມີນລາຄາການກໍ່ສ້າງ BOQ ກັບບໍລິສັດທີ່ໄດ້ສົ່ງໃບປະເມີນການກໍ່ສ້າງວຽກດັ່ງກ່າວໃນໄລຍະ 2 ປີຜ່ານມາ.

-       - ຂຶ້ນແຜນງົບປະມານໃນການຮັບໃຊ້ຖານຮຽນຮູ້ຈຳນວນ 17 ຖານໂດຍການຄິດໄລ່ອຸປະກອນຄົງທີ່ ແລະອຸປະກອນຊິ້ນເປືອງທີ່ຮັບໃຊ້ໃນແຕ່ລະຖານຮຽນຮູ້.

-     -  ປຶກສາຫາລືກ່ຽວກັບໄລຍະເວລາໃນການລົງມືການກໍ່ສ້າງສູນຮຽນຮູ້ ແລະ ໄລຍະເວລາໃນການຝຶກອົບຮົມຜູ້ບໍລິຫານໂຄງການຂອງໂຮງຮຽນ,ການທັດສະນະສຶກສາ,ການຝຶກອົບຮົມຄູ ແລະແຜນການຝຶກອົບຮົມໃຫ້ແກ່ກຸ່ມເປົ້າ  ໝາຍຂອງໂຄງການ.

2.      ເນື້ອໃນຂອງກອງປະຊຸມ.

ກອງປະຊຸມໄດ້ປຶກສາຫາລືກັນ ແລະເປັນເອກະພາບບັນຫາຕ່າງໆດັ່ງລຸ່ມນີ້:

1.      ປັບແບບອາຄານກໍ່ສ້າງຫ້ອງປະຊຸມລວມ,ອາຄານຫ້ອງພັກຄົນຍາມ,ອາຄານຫ້ອງນໍ້າຊາຍ-ຍິງຂອງສູນຮຽນ

ຮູ້ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໃຫ້ເປັນແບບດຽວກັບໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງອັດຕະປຶ ແລະ ໂຮງຮຽນເຕັກນິກ-ວິຊາຊີບແຂວງບໍ່ແກ້ວຕາມທີ່ໂຄງການຮ່ວມມືດ້ານວິຊາການລາວ-ໄທ          ( TICA ) ກຳນົດໃຫ້.

2.                  ປັບປຸງອາຄານຖານຮຽນຮູ້ຄອກງົວ,ປັບຫຼັງຄາ,ປັບບ່ອນໃຫ້ອາຫານສັດຄືນໃໝ່

3.                  ສ້າງຫ້ອງເຂ່ຍເຊື້ອເຫັດ ຕິດຕັ້ງແອຂະໜາດ 9.000 BTU,ຫ້ອງບົ່ມກ້ອນເຊື້ອເຫັດຂະໜາດ 4X6 ແມັດ,ພ້ອມຕໍ່ເສີມອາຄານອອກໄປ 4X4 ແມັດ

4.                  ປັບພື້ນທີ່ຄອກໝູຂະໜາດລ໋ອກບ່ອນຢູ່ກ້ວາງ 0.7ແມັດ ,ສູງ 1 ແມັດ,ຍາວ 2.4 ແມັດ ,ຂະໜາດບ່ອນຄອດລູກໝູ ກ້ວາງ 2.1ແມັດ ,ສູງ 1 ແມັດ,ຍາວ 2.4 ແມັດ, ຄອກອະນຸບານໝູ 2X3 ແມັດ,ສູງ 0.6 ແມັດ

5.                  ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຕ້ອງໄດ້ສົມທົບກັບພະແນກສຶກສາທິການ ແລະກິລາແຂວງເພື່ອແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳໂຄງການຂັ້ນແຂວງ,ຂັ້ນໂຮງຮຽນໃນການກໍ່ສ້າງສູນຮຽນຮູ້ໃຫ້ທາງໂຄງການ ຮ່ວມມືດ້ານວິຊາການລາວ-ໄທ ( TICA )ເພື່ອສະດວກໃນການປະສານງານ,ການຕິດຕາມ ແລະ ລາຍງານການກໍ່ສ້າງໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ຮັບຊາບທັນຕາມວັນເວລາທີ່ກຳນົດໄວ້.

6.ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຂຶ້ນແຜນງົບປະມານໃນການຊື້ວັດຖຸອຸປະກອນຄົງ

ທີ່ ແລະອຸປະກອນສິ້ນເປືອງທີ່ຮັບໃຊ້ພາຍໃນຖານຮຽນຮູ້ແຕ່ລະຖານໃຫ້ສຳເລັດແລະຖືກຕ້ອງຕາມລະບຽບຫຼັກການວາງອອກ.ພ້ອມດຽວກັນນັ້ນກໍ່ຂຶ້ນແຜນງົບປະມານການຝຶກອົບຮົມໄລຍະສັ້ນຕາມແຕ່ລະຖານຮຽນຮູ້ໃຫ້ພະນັກງານ,ນັກສຶກສາ ແລະກຸ່ມເປົ້າໝາຍໂຄງການກຳນົດ.

7.ສຳລັບການຝຶກອົບຮົມຄະນະຜູ້ບໍລິຫານ,ການທັດສະນະສຶກສາແມ່ນຕົ້ນເດືອນ 6 ປີ 2023 ,ສຳລັບການ

ທັດສະນະສຶກສາ ແລະການຝຶກອົບຮົມຄູອາຈານໃນຖານຮຽນຮູ້ທີ່ກ່ຽວຂ້ອງແມ່ນທ້າຍເດືອນ 6 ປີ 2023.  

8. ຄະນະທີມງານຂອງໂຄງການຮ່ວມມືທາງດ້ານວິຊາການລາວ-ໄທ( TICA) ໄດ້ປຶກສາຫາລືກັບບໍລິສັດກໍ່ສ້າງກ່ຽວກັບການຄິດໄລ່ໃບປະເມີນລາຄາການກໍ່ສ້າງ (  BOQ ) ເພື່ອສົ່ງໃຫ້ທາງໂຄງການ TICA ອະນຸມັດສັນຍາການກໍ່ສ້າງຕາມລະບຽບທີ່ທາງໂຄງການກຳນົດ

 9. ສຳລັບການເບີກຈ່າຍງົບປະມານໃນການກໍ່ສ້າງແມ່ນປະຕິບັດຕາມລະບຽບການຂອງການຈັດຊື້-ຈັດຈ້າງທີ່ທາງປະເທດໄທກຳນົດໄວ້

 10. ການເລີ້ມຕົ້ນການກໍ່ສ້າງແຕ່ລະກິດຈະກຳແມ່ນພາຍຫຼັງທີ່ໄດ້ຮັບອະນຸມັດງົບປະມານຈາກໂຄງການຮ່ວມມືດ້ານວິຊາການລາວ-ໄທ ( TICA ),ການກໍ່ສ້າງທຸກໆກິດຈະກຳແມ່ນໃຫ້ສຳເລັດພາຍໃນເດືອນ 6 ປີ 2023

 

















No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ