ກອງປະຊຸມໂຄສະນາ,ເຜີຍແຜ່,ປູກຈິດສຳນຶກດ້ານຄວາມປອດໄພຕາມທາງຫຼວງພາຍໄຕ້ໂຄງການຂະແໜງຂົວທາງໄລຍະ 2 ( lRSP 2) ປະຈຳປີ 2020 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Wednesday, October 28, 2020

ກອງປະຊຸມໂຄສະນາ,ເຜີຍແຜ່,ປູກຈິດສຳນຶກດ້ານຄວາມປອດໄພຕາມທາງຫຼວງພາຍໄຕ້ໂຄງການຂະແໜງຂົວທາງໄລຍະ 2 ( lRSP 2) ປະຈຳປີ 2020 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ

 


ໃນຕອນແລງຂອງວັນທີ 27.10.2020 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ໃຂກອງປະຊຸມໂຄສະນາ,ເຜີຍແຜ່,ປູກຈິດສຳນຶກດ້ານຄວາມປອດໄພຕາມທາງຫຼວງພາຍໄຕ້ໂຄງການຂະແໜງຂົວທາງໄລຍະ 2      ( lRSP 2) ປະຈຳປີ 2020 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີເວລາ 14ໂມງ:00 ນາທີ ໂດຍການເຂົ້າຮ່ວມຂອງ ທ່ານ ພວງຄຳ  ພິລາເກດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ,ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ,ພ້ອມດ້ວຍຄູອາຈານ ແລະ ນັກສຶກສາ ຈຳນວນ 100 ກ່ວາຄົນເຂົ້າຮ່ວມ,ມີທີມງານຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ,ພະແນກຈໍລະຈອນແຂວງເຊິ່ງລາຍລະອຽດມີດັ່ງນີ້:

1. ທ່ານ ພວງຄຳ  ພິລາເກດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ໄດ້ກ່າວເປີດພິທີ

2. ທີມງານວິຊາການຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງໄດ້ຜ່ານກົດໝາຍວ່າດ້ວຍການຈໍລະຈອນທາງບົກ

3. ພະແນກຈໍລະຈອນແຂວງໄດ້ກ່າວປັດໃຈພື້ນຖານທີ່ເຮັດໃຫ້ເກີດອຸປະຕິເຫດ ແລະ ພາບວົງຈອນປິດໃນເທດສະບານແຂວງ

ໃຫ້ຜູ້ເຂົ້າຮ້ວມໄດ້ເຫັນເຫດການຕົວຈິງເປັນກໍລະນີສຶກສາ.

4 . ການຖາມຕອບ ແລະ ມອບຂອງຂັວນລາງວັນໃຫ້ຜູ້ເຂົ້າຮ່ວມ

5. ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄດ້ກ່າວມີຄຳເຫັນ ແລະ ສະແດງຄວາມຂອບໃຈມາທາງທີມງານຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ.

6. ມອບອຸປະກອນກິລາໃຫ້ແກ່ໂຮງຮຽນ ແລະ ກ່າວປິດພິທີຢ່າງເປັນທາງການ.




















                                     ຄວາມຮູ້ພື້ນຖານກ່ຽວກັບການຂັບຂີ່ຕາມທາງຫຼວງ

 


No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ