ກອງປະຊຸມແລກປ່ຽນບົດຮຽນທາງດ້ານວຽກງານບໍລິຫານ ແລະ ຈັດຕັ້ງລະຫວ່າງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ແລະ ໂຮງຮຽນຊົນລະປະທານຊັ້ນສູງທ່ານງ່ອນ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Wednesday, August 5, 2020

ກອງປະຊຸມແລກປ່ຽນບົດຮຽນທາງດ້ານວຽກງານບໍລິຫານ ແລະ ຈັດຕັ້ງລະຫວ່າງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ແລະ ໂຮງຮຽນຊົນລະປະທານຊັ້ນສູງທ່ານງ່ອນ



ໂດຍປະຕິບັດຕາມໜັງສືສະເໜີຂອງໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ,ສະບັບເລກທີ 1083\ຮສຊງ ລົງວັນທີ
14 ກໍລະກົດ 2020 ກ່ຽວກັບການແລກປ່ຽນບົດຮຽນວຽກງານບໍລິຫານ ແລະ ຈັດຕັ້ງຢູ່ໂຮງຮຽນເຕັກນິກ-ວິຊາຊີບແບບ
ປະສົມແຂວງໄຊຍະບູລີ. ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020 ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ
ແຂວງໄຊຍະບູລີໂດຍໃຫ້ກຽດຕ້ອນຮັບຂອງທ່ານ ທອງດີ ເນົາວັນເພັງ ຮອງຜູ່ອຳນວຍການໂຮງຮຽນ ພ້ອມດ້ວຍພະນັກງານທີ່
ຂ້ອງເຂົ້າຮ່ວມ ແລະ ຕາງໜ້າທາງໂຮງຮຽນຊົນລະປະທານຊັ້ນສູງທ່ານງ່ອນໂດຍແມ່ນທ່ານ ແກ້ວສົມພົງ ເທບພະຮັກວົງໄຊ
ຮອງຜູ້ອຳນວຍການໂຮງຮຽນພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈຳນວນ 11 ທ່ານ,ຍິງ 4 ທ່ານ
ເຊິ່ງທາງສອງໂຮງຮຽນໄດ້ແລກປ່ຽນບາງບັນຫາຄື: 1.)ວຽກງານຈັດຕັ້ງ-ນະໂຍບາຍພະນັກງານ 2.) ວຽກງານການຄຸ້ມຄອງນັກສຶກສາ3.)ວຽກງານແຜນການ ແລະ ງົບປະມານການເງິນ 4.)ການຄຸ້ມຄອງອາຄານສະຖານທີ່5.)ການເກັບລາຍຮັບວິຊາການ 6.) ການຄຸ້ມຄອງຊັບສົມບັດ ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນຈຶ່ງສຳເລັດລົງດ້ວຍຜົນສຳເລັດທີ່ທັງ2 ຝ່າຍໄດ້ກຳນົດໄວ້.










No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ