ກອງປະຊຸມສະຫຼຸບການຮ່ວມມືກັບສະຖານປະກອບການ,ການແຂ່ງຂັນທັກສະການປຸງແຕ່ງອາຫານລາວ ແລະ ງານຕະຫຼາດນັດແຮງງານຂອງນັກສຶກສາສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Friday, August 7, 2020

ກອງປະຊຸມສະຫຼຸບການຮ່ວມມືກັບສະຖານປະກອບການ,ການແຂ່ງຂັນທັກສະການປຸງແຕ່ງອາຫານລາວ ແລະ ງານຕະຫຼາດນັດແຮງງານຂອງນັກສຶກສາສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ




ໃນຕອນເຊົ້າຂອງວັນທີ 6 ສິງຫາ 2020 ເວລາ 8 ໂມງ :15 ນາທີກອງປະຊຸມສະຫຼຸບການຮ່ວມມືກັບສະຖານປະກອບ
ການປະຈຳສົກຮຽນ:2019-2020 ແລະ ວາງແຜນການຮ່ວມມືປະຈຳປີ 2020-2021 ຈັດຂຶ້້ນທີ່ຫ້ອງປະຊຸມຂອງໂຮງ
ຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີກ່ຽວກັບການທົບທວນບົດບັນທຶກທີ່ຜ່ານມາກັບສະຖານ
ປະກອບການຮ້ານອາຫານ,ເຮືອນພັກ,ໂຮງແຮມທັງພາກລັດ ແລະ ເອກະຊົນກ່ຽວກັບການຮັບນັກສຶກສາສາຂາປຸງແຕ່ງ
ອາຫານ ແລະ ການບໍລິການເຄື່ອງດື່ມ ແລະ ການວາງແຜນການຮ່ວມມືໃນຕໍ່ໜ້າເຊິ່ງຕາງໜ້າທາງໂຮງຮຽນມີ
ທ່ານ ທອງດີ ເນົາວັນເພັງ ຮອງຜູ່ອຳນວຍການໂຮງຮຽນ ແລະ ຫົວໜ້າພະແນກຕ່າງໆ,ຫົວໜ້າຂະແໜງປຸງແຕ່ງອາຫານ
ແລະ ການບໍລິຫານເຂົ້າຮ່ວມ,ມີສະຖານປະກອບການຮ້ານອາຫານ,ເຮືອນພັກ,ໂຮງແຮມທັງພາກລັດ ແລະ ເອກະຊົນ
8 ແຫ່ງເຂົ້າຮ່ວມ,ໂດຍໄດ້ຮັບທຶນສະໜັບສະໜູນທຶນດັ່ງກ່າວຈາກໂຄງການ LAO-029









ໃນຕອນເຊົ້າຂອງວັນທີ 6 ສິງຫາ 2020 ເວລາ 10 ໂມງ :15ນາທີໄດ້ຈັດພິທີການແຂ່ງແຂ່ງຂັນທັກສະການປຸງແຕ່ງອາຫານ
ລາວຂອງນັກສຶກສາສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມຂຶ້ນໂດຍການເຊື້ອເຊີນສະຖານປະກອບການຮ້ານອາຫານ
,ເຮືອນພັກ,ໂຮງແຮມທັງພາກລັດ ແລະ ເອກະຊົນເຂົ້າຮ່ວມເປັນຄະນະກຳມະການເຊິ່ງມີຜູ້ເຂົ້າແຂ່ງຂັນລວມ 15 ທີມໃນຫົວຂໍ້
ແຂ່ງຂັນການປຸງແຕ່ງອາຫານລາວ ( ການເຮັດລາບຄວາຍ )























ເຊິ່ງຜົນຂອງການແຂ່ງຂັນສາມາດສະຫຼຸບໄດ້ດັັ່ງນີ້: ( ຮູບພາບມອບລາງວັນລຽງແຕ່ທີ 1,2 ແລະ 3 ຕາມລຳດັບ )
1. ລາງວັນທີ: 1       ໃຫ້ກຽດມອບລາງວັນໂດຍ: ທ່ານ ທອງຈັນ ພັນທຸອາມາດ
2. ລາງວັນທີ: 2       ໃຫ້ກຽດມອບລາງວັນໂດຍ  ຜູ່ປະກອບການຮ້ານອາຫານລີສອດ 3 ເອື້ອຍນ້ອງ
3. ລາງວັນທີ: 3       ໃຫ້ກຽດມອບໂດຍຂະແໜງອາຊີວະສຶກສາ,ພະແນກສຶກສາທິການ ແລະ ກິລາແຂວງ
ພ້ອມດ້ວຍງານຕະຫຼາດນັດແຮງງານຂອງນັກສຶກສາຂະແໜງປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມໂດບການເຊື້ອເຊີນ
ສະຖານປະກອບການຮ້ານອາຫານ,ເຮືອນພັກ,ໂຮງແຮມທັງພາກລັດ ແລະ ເອກະຊົນເຂົ້າຮ່ວມເຊິ່ງຈັດຂຶ້ນທີ່ຫ້ອງອາຫານ
ຂອງຂະແໜງປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ.
ປະເພດອາຫານຫວານ.
ປະເພດອາຫານຫວ່າງ:
ປະເພດອາຫານລາວ:
ປະເພດອາຫານຫານສາກົນ ແລະ ອື່ນໆ





















No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ