ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີນຳພາໂດຍທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການຊີ້ນຳວຽກ
ງານວິຊາການພ້ອມດ້ວຍຫົວໜ້າພະແນກການທີ່ກ່ຽວຂອງໄດ້ໄປທັດສະນະສຶກສາທີ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາ
ສັກໂດຍການໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກຄະນະນຳຂອງວິທະຍາໄລ ແລະພະນັກງານຄູອາຈານທີ່ກ່ຽວຂ້ອງໂດຍທ່ານ
ຄຳສະຫວ່າງ ຮອງຜູ້ອຳນວຍການການວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັໄດ້ລາຍງານສະພາບລວມ
ແລະ ການຈັດຕັ້ງການຮຽນ-ການສອນຂອງວິທະຍາໄລຂອງວິທະຍາໄເຂດ2 ,ພ້ອມດຽວກັນນັ້ນທ່ານ ທອງດີ
ເນົາວັນເພັງກໍ່ໄດ້ກ່າວຈຸດປະສົງຂອງການມາທັດສະນະສຶກສາໃນຄັ້ງນີ້,ທັງສອງຝ່າຍໄດ້ແລກປ່ຽນບົດຮຽນແບບເປັນກັນເອງ
ແລະ ໄດ້ໄປທັດສະນະສຶກສາສະຖານທີ່ຕ່າງໆພາຍໃນວິທະຍາໄລ.
ທາງຄະນະນຳຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ
ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນໂອກາດໜ້າຂໍຮຽນເຊີນທາງວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ
ມາທັດສະນະໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີເຊັ່ນດຽວກັນ.
No comments:
Post a Comment