ຖືກຮັບເຊີນເປັນວິທະຍາກອນກ່ຽວກັບວຽກງານປະກັນຄຸນນະພາບການສຶກສາທີ່ແຂວງຈຳປາສັກໃນຄັ້ງວັນທີ:22.24.3.2019 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Friday, March 29, 2019

ຖືກຮັບເຊີນເປັນວິທະຍາກອນກ່ຽວກັບວຽກງານປະກັນຄຸນນະພາບການສຶກສາທີ່ແຂວງຈຳປາສັກໃນຄັ້ງວັນທີ:22.24.3.2019

ໂດຍປະຕິບັດຕາມການແຈ້ງເຊີນຈາກວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງຈຳປາສັກກ່ຽວກັບການແລກປ່ຽນບົດຮຽນທາງດ້ານວຽກງານການປະກັນຄຸນນະພາບການສຶກສາ,ໂດຍສະເພາະແມ່ນ
ການຂຽນບົດລາຍງານການປະເມີນຕົນເອງ,ຂັ້ນຕອນການເກັບຫຼັກຖານຕາມມາດຕະຖານ ແລະ ຕົວຊີ້ວັດ,ການວິເຄາະSWOT ຕະຫຼອດເຖິງການກະກຽມຄວາມພ້ອມໃນດ້ານຕ່າງໆກ່ຽວກັບການເຂົ້າສູ່ຂະບວນການປະເມີນພາຍນອກ.
ໂດຍການໃຫ້ກຽດເປັນປະທານຂອງທ່ານຄຳສະຫວ່າງ ຜູ້ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ,ມີຄະນະອຳນວຍການໂຮງຮຽນພະນັກງານທີ່ກ່ຽວຂ້ອງ,ວິທະຍາກອນຝ່າຍແຂວງໄຊຍະບູລີນຳໂດຍ
ທ່ານ ທອງດີ ເນົາວັນເພັງ ຮອງຜູ່ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຊີ້້ນຳວຽກງານວິຊາການ,ທ່ານ ສາຍທຽນ ບຸນທັນທີ ຫົວໜ້າພະແນກວິຊາການ ຜູ້ຮັບຜິດຊອບວຽກງານປະກັນຄຸນນະພາບພາຍໃນໂຮງຮຽນລວມຜູ້ເຂົ້າຮ່ວມທັງໝົດ: 25ຄົນ,ຍິງ 16 ຄົນ. ກອງປະຊຸມໄດ້ດຳເນີນເປັນເວລາທັງໝົດ 3 ວັນຈຶ່ງຈະສຳເລັດ.ໂດຍງົບປະມານໃຊ້ຈ່າຍທັງໝົດແມ່ນວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງຈຳປາສັກເປັນຜູ້
ຮັບຜິດຊອບທັງໝົດ.




No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ