ຄະນະອຳນວຍການໂຮງຮຽນເຂົ້າຮ່ວມສັງເກດການແຂ່ງຂັນສືມືແຮງງານອາຊຽນຄັ້ງທີ XII ທີ່ບາງກອກ,ປະເທດໄທ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Friday, September 7, 2018

ຄະນະອຳນວຍການໂຮງຮຽນເຂົ້າຮ່ວມສັງເກດການແຂ່ງຂັນສືມືແຮງງານອາຊຽນຄັ້ງທີ XII ທີ່ບາງກອກ,ປະເທດໄທ

       ທ່ານ ທອງດີ ເນົາວັນເພັງ  ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີເຂົ້າຮ່ວມສັງເກດການແຂ່ງຂັນສືມືແຮງງານອາຊຽນຄັ້ງທີ XII ທີ່ບາງກອກ,ປະເທດໄທ World Skills ASEAN Competition in Bangkok 2018 ເຊິ່ງຈັດຂຶ້ນທີ່ Impact Arena Mueangthongthani,Thailand ໃນລະຫວ່າງວັນທີ 29 ສິງຫາ - 4 ກັນຍາ 2018 ເຊິ່ງມີ10 ປະເທດສະມາຊິກອາຊຽນເຂົ້າຮ່ວມ,ນັກແຂ່ງຂັນຈຳນວນ 331 ຄົນ, 26 ສາຂາອາຊີບທັກສະການແຂ່ງຂັນ ແລະ 2 ອາຊີບສາທິດ.


ທ່ານສາມາດເຂົ້າເບິ່ງລາຍລະອຽດຂອງການແຂ່ງຂັນໃນ www.wsasean2018.com
                               ຮູບພາບກ່ອນອອກເດີນທາງຈາກນະຄອນຫຼວງວຽງຈັນ
                                                 ຮູບພາບພິທີເປີດການແຂ່ງຂັນ

ເຂົ້າຮ່ວມກິດຈະກຳ One School One Country




                            ຮູບພາບບັນຍາກາດດການແຂ່ງຂັນໃນແຕ່ລະສາຂາວິຊາ



























                ຖ່າຍຮູບພາຍນຳແຊ້ມໂລກສາຂາຊ່າງຈອດ World skills Champion for Welding







              ກິດຈະກຳການໄປທັດສະນະສຶກສາພາຍຫຼັງສຳເລັດການແຂ່ງຂັນກັບບັນດາປະເທດສາມະຊິກອາຊຽນໃນສະຖານທີ່ພາລາສະວັງເຈົ້າຊີວິດ,ວັດພະແກ້ວ ແລະ ຂີ່ເຮືອຮັບປະທານອາຫານທ່ຽງໃນແມ່ນໍ້າເຈົ້າພະຍາ.






                ພິທິປິດການແຂ່ງຂັນສີມືແຮງງານອາຊຽນຄັ້ງທີXII  ແລະ ປະກາດຜົນການແຂ່ງຂັນ ທີ່ບາງກອກ,ປະເທດໄທ
ສ ປ ປ ລາວ ກໍ່ແມ່ນໜຶ່ງໃນປະເທດອາຊຽນທີ່ໄດ້ສົ່ງນັກແຂ່ງຂັນສີມືແຮງງານຈຳນວນ 13 ຄົນອາຍຸບໍ່ເກີນ 22 ປີ ສົ່ງເຂົ້າແຂ່ງຂັນໃນ7 ສາຂາວິຊາຊ່າງໃນຈຳນວນສາຂາທັງໝົດ 26 ສາຂາວິຊາທີມີການແຂ່ງຂັນສາມາດຍາດຫຼຽນກາດີຊະນະເລີດລະດັບສີມືແຮງງານອາຊຽນຈຳນວນ5ຄົນ,ໃນ5 ສາຂາວິຊາຊ່າງ( Medallion of Excellence)ຄື: ສາຂາປຸງແຕ່ງອາຫານ (707ຄະແນນ),ຊ່າງເຕັກໂນໂລຢີອອກແບບກລາບຟິກ(703ຄະແນນ),ຊ່າງກໍ່(701ຄະແນນ),ຊ່າງແຟຊັນ (700ຄະແນນ) ແລະ ຊ່າງຈອດໂລຫະ (700ຄະແນນ)








No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ