ວິທະຍາໄລເຕັກນິກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊລົງມາຖອດຖອນແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບສະຖານອາຊີວະສຶກສາ - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Monday, July 2, 2018

ວິທະຍາໄລເຕັກນິກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊລົງມາຖອດຖອນແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບສະຖານອາຊີວະສຶກສາ

                          ວິທະຍາໄລເຕັກນິກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊລົງມາຖອດຖອນແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບສະຖານອາຊີວະສຶກສາ,ກອງປະຊຸມຖອດຖອນບົດຮຽນວຽກງານປະກັນຄຸນນະພາບສະຖານອາຊີວະສຶກສາໄດ້ໄຂຂຶ້ນທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຂອງວັນທີ: 12 ມິຖຸນາ 2018 ໂດຍໃຫ້ກຽດຕ້ອນຮັບໂດຍທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນພ້ອມດ້ວຍຄະນະ ແລະ ຫົວໜ້າພະແນກການຕ່າງໆຂອງໂຮງຮຽນທີ່ຮັບຜິດຊອບວຽກງານປະກັນຄຸນນະພາບ.ຕາງໜ້າທາງວິທະຍາໄລເຕັກນິກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊແມ່ນ ທ່ານ ສົມສະຫວາດ
ຊົມຄຳນິລັນດອນ ຜູ້ອຳນວຍການວິທະຍາໄລເຕັກນິກກະສິກຳ ແລະ ປ່າໄມ້ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງວິທະຍາໄລມີຜູ້ເຂົ້າຮ່ວມປະຊຸມທັງໝົດ: 19ຄົນ,ຍິງ 6ຄົນ( ມາຈາກວິທະຍາໄລເຕັກນິກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ 10ຄົນ,ຍິງ6ຄົນ ) ກອງປະຊຸມໄດ້ເນັ້ນໜັກກ່ຽວກັບການຂຽນບົດລາຍງານການປະເມີນຕົນເອງ,ການເກັບກຳຂໍ້ມູນຫຼັກຖານເພື່ອສະໜັບສະໜູນຕາມ12ມາດຕະຖານ ແລະ 45 ຕົວຊີ້ວັດ ແລະ ການກະກຽມຄວາມພ້ອມໃນການປະເມີນພາຍໃນ ແລະ ພາຍນອກ. ກອງປະຊຸມໄດ້ດຳເນີນເປັນເວລາ 3 ວັນຈຶ່ງສຳເລັດ.








  

No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ