ກອງປະຊຸມສະພາທີ່ປືກສາຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີປະຈຳປີ 2022 ໃນຄັ້ງວັນທີ 14 ກໍລະກົດ 2022 - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Friday, July 15, 2022

ກອງປະຊຸມສະພາທີ່ປືກສາຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີປະຈຳປີ 2022 ໃນຄັ້ງວັນທີ 14 ກໍລະກົດ 2022

 

ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 8576/ສສກ,ລົງວັນທີ 26 ພະຈິກ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວິທະຍາໄລ ແລະ ໂຮງຮຽນອາຊີວະສຶກສາ, ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 1255/ຈຂ.ຊຍ, ລົງວັນທີ 10/11/2020 
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ທີ່ໄດ້ກໍານົດຢູ່ໃນ ໝວດທີ 3 ສະາຕ່າງໆຂອງໂຮງຮຽນ, ມາດຕາ 9 ສະພາທີ່ປຶກສາຂອງໂຮງຮຽນ ແລະ ຂໍ້ຕົກລົງ​ຂອງທ່ານຫົວໜ້າພະແນກສຶກສາທິການ ແລະກິລາແຂວງໄຊຍະບູລີ ສະບັບເລກທີ 2478/ສກຂ.ຊຍ, ລົງວັນທີ 1 ກໍລະກົດ 2022ວ່າດ້ວຍການອະນຸມັດ​ໃຫ້ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ເປີດກອງປະຊຸມ ສະພາທີ່ປຶກສາປະຈຳປີ 2022 ຂຶ້ນ​ໃນ​ມື້ນີ້.ກອງປະຊຸມໄດ້ໄຂຂຶ້ນເປັນທາງການໃນຕອນເຊົ້າວັນທີ 14 ກໍລະກົດ 2022 ເວລາ8ໂມງ 15 ນາທີ ໂດຍການເປັນປະທານຂອງທ່ານ ພວງເພັດ ສີຫາຣາຊ ປະທານສະພາການຄ້າແລະອຸດສະຫະກຳແຂວງໄຊຍະບູລີ,ທັງເປັນປະທານສະພາທີ່ປຶກສາຂອງໂຮງຮຽນ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນ ຮອງປະທານສະພາທີ່ປຶກສາໂຮງຮຽນ,ຜູ້ປະຈຳການ ,ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ,ຫົວໜ້າພະແນກການ,ຮອງຫົວໜ້າພະແນກການອອ້ອມຂ້າງແຂວງໄຊຍະບູລີ,ຄະນະອຳນວຍການໂຮງຮຽນ,ຫົວໜ້າພະແນກການຕ່າງໆພາຍໃນໂຮງຮຽນ,ສະຖານປະກອບການທັງພາກລັດ ແລະເອກະຊົນ,ເຈົ້າຂອງຮ້ານອາຫານ,ໂຮງແຮມ ແລະ ຣີສອດ,ແລະຜູ້ປະກອບການພາຍໄຕ້ກິດຈະກຳ ESS ຂອງໂຄງການ VTESS ກໍ່ໄດ້ເຂົ້້າຮ່ວມລວມມີຜູ້ເຂົ້້ຮ່ວມກອງປະຊຸມທັງໝົດ: 52ຄົນ,ຍິງ16ຄົນ   ໂດຍໄດ້ຮັບທຶນສະໜັບສະໜູນກອງປະຊຸມໃນຄັ້ງນີ້ຈາກໂຄງການ VTESS ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້:

1  ເພື່ອມາຮັບຮູ້ການແຕ່ງຕັ້ງ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 1255/ຈຂ.ຊຍລົງວັນທີ 10/11/2020 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ, ການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ຂອງໂຮງຮຽນ ໄລຍະ 5 ປີ (2016-2020) ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) .

2     ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄິດຄໍາເຫັນໃຫ້ແກ່ໂຮງຮຽນ ໃນການກໍານົດນະໂຍບາຍ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ເພື່ອບັນລຸຕາມຈຸດປະສົງຂອງການກໍ່ສ້າງນາຍຊ່າງຊໍານານງານ, ຊ່າງເຕັກນິກ ແລະ ນັກວິຊາການອື່ນໆ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.

3     ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງໂຮງຮຽນ ແລະ ສະຖານປະກອບການ .

4     ປະກອບຄຳເຫັນ,ແລກປ່ຽນບົດຮຽນເຊິ່ງກັນແລະກັນກ່ຽວກັບການຈັດຕັ້ງການຮຽນ-ການສອນ ແລະ ການສົ່ງເສີມການພັດທະນາສີມືແຮງງານຂອງນັກສຶກສາຊອງຜູ້ເຂົ້າຮ່ວມກອງປະຊຸມ

5. ຮູບແບບການຮຽນການສອນລະຫວ່າງສະຖານສະຖານປະກອບການແລະໂຮງຮຽນໃນຮູບແບບDCT ແລະ ຮູບແບບອື່ນໆທີ່ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງທັງ2ຝ່າຍ.

    ຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 1255/ຈຂ.ຊຍລົງວັນທີ 10/11/2020 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ


   ຄະນະປະທານກອງປະຊຸມ
     ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນ ກ່າວເປີດກອງປະຊຸມ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້້າແຂວງໄຊຍະບູລີ
ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນລາຍງານການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ຂອງໂຮງຮຽນ ໄລຍະ 5 ປີ (2016-2020) ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) .

    ຜູ້ເຂົ້້າຮ່ວມກອງປະຊຸມຈາກພາກສ່ວນຕ່າງໆ

   ຄະນະອຳນວຍການໂຮງຮຽນ

   ສະຖານປະກອບການພາກລັດ ແລະເອະຊົນຖ່າຍຮູບຮ່ວມຄະນະປະທານ
ຄະນະປະທານຖ່າຍຮູບຮ່ວມກັບບັນດາພະແນກການຕ່າງໆອ້ອມຂ້າງແຂວງ
ທ່ານ ພວງເພັດ ສີຫາຣາຊ ປະທານສະພາການຄ້າ ແລະອຸດສະຫະກຳແຂວງ,ປະທານສະພາທີ່ປຶກສາຂອງໂຮງຮຽນມີຄຳເຫັນຕໍ່ກອງປະຊຸມ
   ພິທີເຊັນສັນຍາຮ່ວມມື MoU ກັບສະຖານປະກອບການທັງພາກລັດ ແລະພາກເອະຊົນ


























ເນື່ອງໃນໂອກາດດັ່ງກ່າວ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາໄດ້ມາຢ້ຽມຍາມໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໂດຍນຳພາໂດຍ ທ່ານ ອ່ອນຕາ ພົມມະຈິດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການແລະກິລາແຂວງ,ທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ,ເຈົ້າເມືອງໆໄຊຍະບູລີພ້ອມດ້ວຍທີມງານເຊິ່ງທາງຄະນະອຳນວຍການໂຮງຮຽນໄດ້ມອບຂອງທີ່ລະນຶກໃຫ້ທ່ານ 
 ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ




 ງານວາງສະດແດງຜະລິດຕະພັນ ແລະ ກິດຈະກຳຂອງນັກສຶກສາຂອງໂຮງຮຽນ

























                  ແຜນພັດທະນາໂຮງຮຽນແຕ່ປີ2021-2025

ເອກະສານລົງທະບຽນຜູ້ເຂົ້້າຮ່ວມກອງປະຊຸມ


ແບບຟອມປະເມີນຄວາມເພິ່ງພໍໃຈຂອງຜູ້ເຂົ້້າຮ່ວມກອງປະຊຸມສະພາທີ່ປຶກສາຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໃນຄັ້ງວັນທີ 
ຜົນຂອງການຕອບແບບສອບຖາມຕາມ Google Forms








No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ