ນັກພັດທະນາກອນໂຄງການVELA ປະຈຳໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີສິ້ນສຸດການປະຕິບັດໜ້າທີ່ຢູ່ແຂວງໄຊະບູລີ. - ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ Ivetsayaboury Province

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ເລືອກພາສາ

ຄະນະອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

Friday, March 2, 2018

ນັກພັດທະນາກອນໂຄງການVELA ປະຈຳໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີສິ້ນສຸດການປະຕິບັດໜ້າທີ່ຢູ່ແຂວງໄຊະບູລີ.

                 ໃນຕອນແລງຂອງວັນທີ 27 ກຸມພາປີ 2018 ເວລາ14:00 ໂມງ ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ຈັດພິທີລ້ຽງສົ່ງນັກພັດທະນາກອນໂຄງການVELA ປະຈຳໂຮງຮຽນ ທ່ານ ນາງ Andrea Lamprecht ໂດຍການເປັນປະທານຂອງທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ມີຫ້ອງວ່າການປົກຄອງແຂວງ,ພະແນກແຜນການ ແລະ ການລົງທຶນ,ພະແນກແຮງງານສະຫວັດດີການສັງຄົມ ແລະ ພະແນກການອ້ອມຂ້າງແຂວງ,ຄະນະອຳນວຍການໂຮງຮຽນ,ພະນັກງານຄູ-ອາຈານ,ໂຮງຮຽນອ້ອມຂ້າງແຂວງ,ນາຍບ້ານ ແລະ ຫ້ອງການ ປ ກ ສ ເມືອງໄຊຍະບູລີເຂົ້າຮ່ວມຈຳນວນ 17/1 ຄົນ.



                     ທ່ານ ນາງ Andrea Lamprecht ນັກພັດທະນາກອນເຢຍລະມັນປໂຄງການVELA ປະຈຳທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ຜ່ານຜົນງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ແຂວງໄຊຍະບູລີເປັນເວລາ 2 ປີ 6 ເດືອນ
                     ທ່ານ ນາງ Andrea Lamprecht ໄດ້ກ່າວວ່າ:ຕະຫຼອດໄລຍະເວລາການປະຕິບັດໜ້າທີ່ກ່ຽວກັບການຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ແກ່ຊາວໜຸ່ມ-ຍິງໜຸ່ມພາຍໃນແຂວງໄຊຍະບູລີມີຜູ້ທີ່ສຳເລັດການສຶກສາໃນ5ສາຂາຄື: ການຕິດຕັ້ງໄຟຟ້າໃນອາຄານ,ປູກຝັງ,ລ້ຽງສັດ,ກໍ່ສ້າງເຄຫະສະຖານ ແລະ ການປຸງແຕ່ງອາຫານໃນຫຼັກສູດຊັ້ນຕົ້ນລະດັບ1 ຈຳນວນ 397 ຄົນ ແລະ ຫຼັກສູດຊັ້ນຕົ້ນລະດັບ2 ຈຳນວນ 92 ຄົນ ໂດຍການສະໜັບສະໜູນທຶນຝຶກອົບຮົມຈາກໂຄງການພັດທະນາອາຊີວະສຶກສາທັງໝົດ: 2.490.860.000 ກີບ



                         ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີໃຫ້ກຽດມອບໃບຍ້ອງຍໍຂອງທ່ານເຈົ້າແຂວງໄຊຍະບູລີເພື່ອຊົມເຊີຍຜົນງານຂອງຜູ້ກ່ຽວຕະຫຼອດໄລຍະເວລາຂອງການເຮັດວຽກທີ່ແຂວງໄຊຍະບູລີ.














No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();

ສົນທະນາ